​ມຽນມາອອກ​ຖະ​ແຫຼ​ງການ​ຄັດຄ້ານການ​ຫັນ​ບັນຫາ​ສຳ​ຫຼວດຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19​ ​ເປັນ​ບັນຫາ​ການ​ເມືອງ

CRI, September 3, 2021
Size:

ວັນທີ 2 ກັນຍານີ້, ກະຊວງສາທາລະນະສຸກມຽນມາໄດ້ອອກຖະແຫຼງການລົງໃນໜັງສືພິມ “ແສງໃໝ່ແຫ່ງມຽນມາ” (The New Light of Myanmar)ທີ່ເປັນສື່ມວນຊົນທາງການຂອງມຽນມາ ໂດຍໄດ້ຊີ້ໃຫ້ເຫັນວ່າ: ມຽນມາຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ, ປະຊາຄົມໂລກຄວນເພີ່ມທະວີຄວາມສາມັກຄີ ແລະປະສານງານກັນ, ຮ່ວມກັນຕ້ານກັບພະຍາດໂຄວິດ-19.

ຖະແຫຼງການດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນນີ້, ພະຍາດໂຄວິດ-19 ພວມແຜ່ລະບາດໃນທົ່ວໂລກ, ປະຊາຄົມໂລກຄວນເພີ່ມທະວີຄວາມສາມັກຄີ ແລະປະສານງານກັນ ເພື່ອຕ້ານກັບພະຍາດຮ່ວມກັນ. ອີງຕາມການຄົ້ນຄວ້າທາງວິທະຍາສາດ, ການສັກວັກຊີນແມ່ນວິທີທີ່ດີທີ່ສຸດໃນການປ້ອງກັນພະຍາດໂຄວິດ-19, ມຽນມາຮຽກຮ້ອງໃຫ້ປະເທດທີ່ມີຄວາມສາມາດຜະລິດວັກຊີນໂຄວິດ-19 ຕັ້ງໜ້າດຳເນີນການຮ່ວມມືສາກົນ, ສະໜອງການຊ່ວຍເຫຼືອ ແລະການສະໜັບສະໜູນດ້ານວັກຊີນທີ່ຈຳເປັນແກ່ປະເທດພວມພັດທະນາ.

ຖະແຫຼງການຍັງຊີ້ໃຫ້ເຫັນວ່າ: ບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ແມ່ນບັນຫາຂອງວິທະຍາສາດ, ມຽນມາຄັດຄ້ານການຫັນບັນຫານີ້ເປັນບັນຫາການເມືອງ, ຄັດຄ້ານການກົດດັນປະເທດອື່ນໃນຂະບວນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19.