ທາ​ງ​ການ​ພະ​ນົມ​ເປັນ​ກວດ​ກາ​ສະ​ຖານ​ທີ່​ບັນ​ເທີງ​ທີ່​ເປີດ​ບໍ​ລິ​ການແບບ​ລະ​ເມີດ​ຂໍ້​ກຳ​ນົດ​ຢ່າງ​ເຄັ່ງ​ຄັດ

CRI, September 3, 2021
Size:

ໃນໄລຍະມໍ່ໆມານີ້, ເຊື້ອພະຍາດໂຄວິດ-19 ສາຍພັນເດວຕາໄດ້ແຜ່ລະບາດຢູ່ກຳປູເຈຍຢ່າງຕໍ່ເນື່ອງ.

ຕາມກະຊວງສາທາລະນະສຸກກຳປູເຈຍແຈ້ງໃຫ້ຮູ້ໃນວັນທີ 28 ສິງຫານີ້ວ່າ: ຢູ່ກຳປູເຈຍໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 401 ກໍລະນີ, ຜູ້ໄດ້ຮັບການປິ່ນປົວໃຫ້ຫາຍຂາດແລະອອກໂຮງໝໍເພີ່ມໃໝ່ 475 ກໍລະນີ, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ເພີ່ມໃໝ່ 12 ຄົນ. ໃນຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19, ມີ 285 ກໍລະນີແມ່ນຜູ້ເປັນພະຍາດຍ້ອນໄດ້ຕິດເຊື້ອພະຍາດຈາກເຂດຊຸມຊົນ, ມີ 116 ກໍລະນີແມ່ນຜູ້ຖືກບົ່ງມະຕິທີ່ໄດ້ຕິດເຊື້ອພະຍາດມາຈາກຕ່າງປະເທດ,ສ່ວນຫຼາຍມາຈາກໄທ.

ນະຄອນຫຼວງພະນົມເປັນໃນຖານະເປັນເຂດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕາຢ່າງໜັກໜ່ວງໃນຄັ້ງນີ້, ໄດ້ມີຫຼາຍຮ້ອຍຄົນຖືກບົ່ງມະຕິເປັນພະຍາດແລ້ວ. ທ່ານ ຄຸງ ເສຣັງ ເຈົ້າຄອງນະຄອນຫຼວງພະນົມເປັນໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ 14 ເມືອງຂອງທົ່ວນະຄອນຫຼວງຕ້ອງເຮັດວຽກປ້ອງກັນແລະຄວບຄຸມໃຫ້ດີ, ຫ້າມບໍ່ໃຫ້ສະຖານທີ່ບັນເທີງຢູ່ໃນເຂດຕົນເຊັ່ນ: ຮ້ານຄາລາໂອເຄແລະອື່ນໆເປີດບໍລິການແບບລະເມີດຂໍ້ກຳນົດ. ທ່ານ ຄຸງເສຣັງ ກ່າວຕື່ມວ່າ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19,  ຢູ່ບາງເມືອງຍັງມີສະພາບທີ່ສະຖານທີ່ບັນເທີງເປີດບໍລິການແບບລະເມີດຂໍ້ກຳນົດແບບລັບລີ້, ອຳນາດການປົກຄອງຂອງແຕ່ລະເມືອງຕ້ອງໂຈມຕີການກະທຳແບບນີ້ຢ່າງເຂັ້ມງວດຫາກບໍ່ແມ່ນການກ່າວເຕືອນທາງປາກເວົ້າເທົ່ານັ້ນ.