ມຽນ​ມາ​ຈະແກ່​ຍາວ​ວັນ​ພັກເທື່ອ​ທີ 6 ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19

CRI, September 2, 2021
Size:

ຕອນຄ່ຳວັນທີ 30 ສິງຫານີ້, ລັດຖະບານຮັກສາການມຽນມາໄດ້ປະກາດວ່າ: ເພື່ອປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຮອບທີ 3, ຈະແກ່ຍາວວັນພັກສາທາລະນະເປັນເທື່ອທີ 6 ໄປຈົນເຖິງວັນທີ 10 ກັນຍາໜ້ານີ້. ເວລາພັກຮຽນຂອງໂຮງຮຽນຕ່າງໆກໍຈະແກ່ຍາວໄປຈົນເຖິງວັນທີ 10 ກັນຍາໜ້ານີ້ເຊັ່ນກັນ ເຊິ່ງວັນພັກດັ່ງກ່າວໄດ້ແກ່ຍາວຈາກ 9 ວັນໃນເປື້ອງຕົ້ນເປັນ 56 ວັນແລ້ວ.

ກ່ອນໜ້ານີ້, ເພື່ອປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຮອບທີ 3, ມຽນມາໄດ້ກຳນົດເອົາວັນທີ 17 ຫາວັນທີ 25 ກໍລະກົດໃຫ້ເປັນວັນພັກສາທາລະນະ, ແຕ່ຫຼັງຈາກນັ້ນ ຍ້ອນສະພາບພະຍາດຮ້າຍແຮງຂຶ້ນຕື່ມຢ່າງຕໍ່ເນື່ອງ, ຈິ່ງແກ່ຍາວວັນພັກເທື່ອທີ 6 ເທື່ອ, ມາຮອດປັດຈຸບັນນີ້, ວັນພັກນີ້ລວມມີທັງໝົດ 56 ວັນແລ້ວ.