ຫວຽດ​ນາມ​ກວດ​ພົບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ 12.663 ກໍ​ລະ​ນີ

CRI, September 1, 2021
Size:

ຕາມຂ່າວຫຼ້າສຸດຂອງກະຊວງສາທາລະນະສຸກຫວຽດນາມທີ່ໄດ້ແຈ້ງໃຫ້ຮູ້ໃນຕອນຄ່ຳວັນທີ 29 ສິງຫານີ້, ໃນ 24 ຊົ່ວໂມງທີ່ຜ່ານມາ, ຢູ່ຫວຽດນາມມີຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ 12.663 ກໍລະນີ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 12.619 ກໍລະນີ, ນຳເຂົ້າ 44 ກໍລະນີ.

ນັບມາຮອດວັນທີ 29 ສິງຫານີ້ຕາມເວລາທ້ອງຖິ່ນ, ຢູ່ຫວຽດນາມມີຜູ້ເປັນພະຍາດໂຄວິດ -19 ທັງໝົດ 435.265 ກໍລະນີ, ເສຍຊີວິດແລ້ວ 10.749 ກໍລະນີ.