ວັກ​ຊີນ​ໂຄວິດ-19 ທີ່​ລັດ​ຖະ​ບານ​ມຽນ​ມາຈັດ​ຊື້​ຈາກ​ຈີນ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນ​ຢາງ​​ກຸ້ງ

CRI, September 1, 2021
Size:

ຕອນຄ່ຳວັນທີ 28 ສິງຫານີ້, ວັກຊີນໂຄວິດ-19 ຊິໂນຟາມ 2 ລ້ານຫຼອດທີ່ລັດຖະບານມຽນມາຈັດຊື້ຈາກຈີນໄດ້ຂົນສົ່ງໄປເຖິງສະໜາມບິນສາກົນຢາງກຸ້ງ.

ພາຍຫຼັງມຽນມາເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີສາມເປັນຕົ້ນມາ, ຈີນຕັ້ງໜ້າຊ່ວຍເຫຼືອມຽນມາຕິດຕໍ່ກັບວິສາຫະກິດຜະລິດວັກຊີນຂອງຈີນ ແລະ ໄດ້ຂົນສົ່ງເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ຕ່າງໆເຊັ່ນ: ຢຸກຢາ, ເຄື່ອງຜະລິດອົກຊີ ແລະ ອົກຊີທີ່ເປັນຂອງແຫຼວໄປໃຫ້ມຽນມາ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອຢ່າງແຂງແຮງແກ່ມຽນມາໃນດ້ານການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.