ລາວ​​ຈະເປັນປະ​ເທດ​ກິ​ດ​ຕິ​ມະ​ສັກ​ຂອງ​ງານ​​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18

CRI, August 31, 2021
Size:

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18 ຈະຈັດຂຶ້ນຢູ່ນະຄອນນານໜິງເຂດກວາງຊີແຕ່ວັນທີ 10 ຫາວັນທີ 13 ກັນຍາໜ້ານີ້, ໂດຍມີປະເທດລາວເປັນປະເທດກິດຕິມະສັກ ເຊິ່ງເປັນເທື່ອທີ 3 ແລ້ວ. ຜູ້ນຳລາວຈະກ່າວຄຳປາໄສທາງວິດິໂອໃນພິທີເປີດງານ, ແລະຈະເຂົ້າຮ່ວມກິດຈະກຳສຳຄັນຕ່າງໆໂດຍຜ່ານທາງວິດິໂອ.

ທ່ານລຽງຢີ້ກວ່າງ, ຮອງຫົວໜ້າກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນແນະນຳໃຫ້ຮູ້ວ່າ, ລາວໄດ້ເປັນປະເທດກິດຕິມະສັກໃນປີ 2009 ແລະປີ 2020, ປີນີ້ ແມ່ນເທື່ອທີ 3 ແລ້ວທີ່ປະເທດລາວໄດ້ເປັນປະເທດກິຕິມະສັກ. ທ່ານລຽງຢີ້ກວ່າງຍັງກ່າວຕື່ມວ່າ, ຫຼາຍປີມໍ່ໆມານີ້, ວິສາຫະກິດຈີນນັບມື້ນັບຫຼາຍຂຶ້ນໄດ້ໄປລົງທຶນຢູ່ລາວໃນຂົງເຂດຕ່າງໆ ເຊັ່ນ: ບໍ່ແຮ່, ພະລັງງານໄຟຟ້າ, ກະສິກຳ, ຂະແໜງການບໍລິການແລະອື່ນໆ, ອະນາຄົດຂອງການຮ່ວມມືລະຫວ່າງສອງຝ່າຍມີຄວາມສົດໃສ.

ປັດຈຸບັນ, ຈີນໄດ້ກາຍເປັນປະເທດຄູ່ການຄ້າໃຫຍ່ອັນດັບສອງແລະເປັນປະເທດລົງທຶນໂດຍກົງໃຫຍ່ອັນດັບໜຶ່ງຂອງລາວ, ເສັ້ນທາງລົດໄຟຈີນ-ລາວຈະສ້າງສຳເລັດແລະເລີ່ມເປີດບໍລິການໃນເດືອນທັນວາປີນີ້, ເຊິ່ງຈະອຳນວຍໂອກາດທີ່ສຳຄັນແລະພື້ນທີ່ອັນກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືໃນຂົງເຂດເສດຖະກິດການຄ້າແລະຂົງເຂດອື່ນໆລະຫວ່າງຈີນ-ລາວ.