ຈີນ​ແລະ​ກຳ​ປູ​ເຈຍຈະ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຜູ້​ຊ່ຽວ​ຊານເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ເພື່ອ​ມະ​ນຸດ​ສະ​ທຳ

CRI, August 31, 2021
Size:

ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 26 ສິງຫານີ້, ທ່ານຖານເຄີ້ເຟີຍ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: ກອງປະຊຸມຄັ້ງທີ 10 ຂອງຜູ້ຊ່ຽວຊານເກັບກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳໃນລະຫວ່າງການຈັດກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ເຊິ່ງຈະຈັດຂຶ້ນຢູ່ມະຫາວິທະຍາໄລວິສະວະກຳກອງທັບບົກຂອງກອງທັບປົດປ່ອຍປະຊາຊົນຈີນໃນວັນທີ 14 ກັນຍາໜ້ານີ້ໂດຍຜ່ານທາງວິດີໂອ ເຊິ່ງແມ່ນຈີນແລະກຳປູເຈຍເປັນເຈົ້າພາບຈັດກອງປະຊຸມຮ່ວມ ໂດຍມີຜູ້ຕາງໜ້າຂອງ 18 ປະເທດສະມາຊິກກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງເລຂາອາຊຽນ, ສູນເກັບກູ້ລະເບີດທີ່ບໍ່ທັນແຕກພາກພື້ນອາຊຽນ ແລະ ສະພາກາແດງສາກົນຈະເຂົ້າຮ່ວມ.

ທ່ານຖານເຄີ້ເຟີຍກ່າວວ່າ: ກອງປະຊຸມຄັ້ງນີ້ມີຈຸດປະສົງລົງເລິກການແລກປ່ຽນແລະສຳມະນາກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນການຮ່ວມມືເພື່ອເກັບກູ້ລະເບີດທີ່ບໍ່ທັນແຕກ, ຊຸກຍູ້ການສ້າງກົນໄກຮ່ວມມືສາກົນຫຼາຍຝ່າຍກວ່າເກົ່າໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ມີຂອບເຂດກວ້າງກວ່າເກົ່າໃນພາກພື້ນອາຊີປາຊີຟິກ.