ຈີນ, ລາວ, ມຽນ​ມາ ແລະ ​ຫວຽດ​ນາມຮ່ວມ​ກັນ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​

CRI, August 30, 2021
Size:

ພິທີເປີດຊຸດຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານການຄ້າເອເລັກໂຕນິກຂ້າມຊາຍແດນລະຫວ່າງຈີນ, ລາວ, ມຽນມາ ແລະ ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢຸນນານຈີນໃນວັນທີ 26 ສິງຫານີ້ ໂດຍມີຈຸດປະສົງຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານການຄ້າເອເລັກໂຕນິກຂ້າມຊາຍແດນຂອງ 4 ປະເທດດັ່ງກ່າວ.

ປີ 2020, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການບໍລິໂພກທົ່ວໂລກໄດ້ຈາກທາງອັອຟລາຍຫັນມາທາງອອນລາຍຢ່າງວ່ອງໄວ. ຕາມຄາດຄະເນວ່າ: ເມື່ອຮອດປີ 2023, ຍອດມູນຄ່າການຂາຍຍ່ອຍທາງອິນເຕີເນັດໃນຂອບເຂດທົ່ວໂລກຈະມີເຖິງ 6.500 ຕື້ໂດລາສະຫະລັດ, ຕະຫຼາດການບໍລິໂພກເອເລັກໂຕນິກອັນໃຫຍ່ຫຼວງ ຈະສ້າງໂອກາດທີ່ດີໃຫ້ແກ່ການສົ່ງອອກສິນຄ້າຂອງບັນດາປະເທດ, ການຄ້າເອເລັກໂຕນິກຂ້າມຊາຍແດນຈະກາຍເປັນຊ່ອງທາງການບໍລິໂພກຕົ້ນຕໍ ແລະ ກຳລັງຂັບເຄື່ອນທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດ.

ຕາມຂ່າວແຈ້ງວ່າ: ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນຢູ່ນະຄອນຄຸມນິງ, ແລະ ຕ່າງຈັດໃຫ້ມີສະຖານທີ່ຝຶກອົບຮົມຢູ່ລາວ, ມຽນມາ ແລະ ຫວຽດນາມພ້ອມກັນ ໂດຍມີ 600 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມຜ່ານທາງອອນລາຍ. ເນື້ອໃນຝຶກອົບຮົມລວມທັງການພັດທະນາແລະນະໂຍບາຍດ້ານການພັດທະນາການຄ້າເອເລັກໂຕນິກຂ້າມຊາຍແດນຂອງຈີນ, ການພັດທະນາເວທີການຄ້າເອກເລັກໂຕນິກຕົ້ນຕໍຂອງຈີນແລະປະເທດອາຊີຕາເວັນອອກສຽງໃຕ້, ການສ້າງສາງຂໍ້ມູນຂ່າວສານກ່ຽວກັບການສະໜອງແລະຄວາມຕ້ອງການດ້ານການຄ້າເອກເລັກໂຕນິກຂ້າມຊາຍແດນຈີນ, ລາວ, ມຽນມາ ແລະ ຫວຽດນາມ ແລະ ອື່ນໆ.