ສຳ​ເລັດການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 108 ຢ່າງ​ຈົບ​ງາມ

CRI, August 30, 2021
Size:

ຕາມຫ້ອງການຖະແຫຼງຂ່າວຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນໜານຈີນແຈ້ງໃຫ້ຮູ້ວ່າ: ເວລາ 12 ໂມງ 30 ນາທີຂອງວັນທີ 27 ສິງຫານີ້, ກຳປັ່ນລາດຕະເວນຂອງຈີນ 3 ລຳທີ່ເຂົ້າຮ່ວມການປະຕິບັດກົດໝາຍແລະລາດຕະເວນຮ່ວມຢູ່ຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາແລະໄທຄັ້ງທີ 108 ໄດ້ເດີນເຮືອກັບຄືນປະເທດແລະເຂົ້າທຽບທ່າກຳປັ່ນກ່ວນເຫຼີຍຂອງຈີນຢ່າງສະດວກ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການປະຕິບັດກົດໝາຍແລະລາດຕະເວນຮ່ວມຄັ້ງນີ້ໄດ້ສິ້ນສຸດລົງຢ່າງຈົບງາມ.

ຕາມຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງລາດຕະເວນເທິງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນໜານແຈ້ງໃຫ້ຮູ້ວ່າ: ຫຼັງຈາກສິ້ນສຸດການເຄື່ອນໄຫວຄັ້ງນີ້ແລ້ວ, 4 ປະເທດຍັງຈະສືບຕໍ່ສົ່ງເຈົ້າໜ້າທີ່ຕຳຫຼວດໄປເຂດນ້ຳຂີດແບ່ງຊາຍແດນກໍຄືເຂດນ້ຳທີ່ສຳຄັນເພື່ອເພີ່ມກຳລັງດ້ານການປ້ອງກັນແລະຄວບຄຸມຢູ່ເຂດດັ່ງກ່າວຕື່ມອີກໂດຍຜ່ານການກວດກາໄລ່ຈັບທາງບົກແລະທາງນ້ຳທີ່ເປີດເຜີຍແລະການແບ່ງຕອນລາດຕະເວນ. ໃນຂະນະດຽວກັນ, 4 ປະເທດດັ່ງກ່າວຍັງຈະດຳເນີນການເຄື່ອນໄຫວສະເພາະກິດເພື່ອໂຈມຕີການກະທຳກໍ່ອາຊະຍາກຳຂ້າມແມ່ນ້ຳຂອງເປັນເວລາ 3 ເດືອນຕາມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງ 4 ຝ່າຍໂດຍປິ່ນອ້ອມການໂຈມຕີການລັກລອບຂ້າມຊາຍແດນທາງນ້ຳຢ່າງຜິດກົດໝາຍ,ການຄ້າຢາເສບຕິດແລະການກໍ່ອາຊະຍາກຳທາງອິນເຕີເນັດແລະໂທລະຄົມ.