ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນ ມອບເຄື່ອງອຸປະກອນຮັບໃຊ້ຕໍາຫຼວດໃຫ້ແກ່ເຈົ້າໜ້າທີ່ລາວ

lmcchina.org, August 29, 2021
Size:

ພິທີມອບຮັບລົດຕໍາຫຼວດທີ່ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນ (National Immigration Administration) ຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຈັດຂຶ້ນທີ່ດ່ານສາກົນບໍ່ຫານໃນວັນທີ 20 ສິງຫາທີ່ຜ່ານມາ.

ທ່ານ ເຢີນສຽວກວາງ (Ren Xiaoguang), ຮອງຫົວໜ້າສະຖານີໃຫຍ່ຄຸ້ມຄອງດ່ານຊາຍແດນກວດກາການເຂົ້າ-ອອກເມືອງຢູນນານ ໄດ້ຕາງໜ້າຝ່າຍຈີນປະກອບຄໍາເຫັນໃນພິທີດັ່ງກ່າວ. ທ່ານກ່າວວ່າ, ສະຖານີໃຫຍ່ຄຸ້ມຄອງດ່ານຊາຍແດນກວດກາການເຂົ້າ-ອອກເມືອງຢູນນານ ກັບ ພະແນກປ້ອງກັນຄວາມສະຫງົບ 5ແຂວງພາກເໜືອຂອງລາວ ສືບຕໍ່ລົງເລິກການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຂ້າມຊາຍແດນ ແລະ ການຮ່ວມມືຢ່າງເປັນຮູບປະທໍາອື່ນໆ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາຄວາມປອດໄພ ກໍຄື ຄວາມໝັ້ນຄົງຢູ່ຊາຍແດນສອງປະເທດ ລາວ-ຈີນ. ເມື່ອປະເຊີນໜ້າກັບສະພາບການປ້ອງກັນຄວາມສະຫງົບທີ່ຂ້ຽວຂາດສັບສົນໃນຊາຍແດນ ຈີນ-ລາວ ແລະ ການແຜ່ລາມຢ່າງບໍ່ຢຸດຢັ້ງຂອງພະຍາດໂຄວິດ-19 ໃນປັດຈຸບັນ, ຍິ່ງຈໍາເປັນຕ້ອງໃຫ້ພາກສ່ວນທີ່ຕິດຕາມກວດກາການປະຕິບັດກົດໝາຍໃນຊາຍແດນຂອງສອງຝ່າຍ ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ສືບຕໍ່ລົງເລິກການເຊື່ອມໂຍງດ້ານຂໍ້ມູນຂ່າວສານ, ການຮ່ວມກັນຄຸ້ມຄອງຊາຍແດນ, ການຮ່ວມກັນຕ້ານອາດຊະຍາກໍາຂ້າມຊາຍແດນ ແລະ ການຮ່ວມມືຢ່າງເປັນຮູບປະທໍາອື່ນໆ ເພື່ອຮ່ວມກັນຮັກສາຄວາມປອດໄພຂອງເຂດຊາຍແດນ ກໍຄື ຄວາມປອດໄພຂອງປະຊາຊົນສອງປະເທດ.

ທ່ານ ຄໍາດອນ, ຮອງຫົວໜ້າພະແນກປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ສະແດງຄວາມຂອບໃຈ ມາຍັງ ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນ ທີ່ໄດ້ມອບລົດຕໍາຫຼວດໃຫ້ແກ່ຝ່າຍລາວ, ທັງໄດ້ກ່າວວ່າ ຝ່າຍລາວຈະນໍາໃຊ້ລົດຊຸດນີ້ໃຫ້ດີ, ຈະຮ່ວມມືກັບພາກສ່ວນຄຸ້ມຄອງຄົນເຂົ້າອອກເມືອງຂອງຈີນ ເພີ່ມທະວີການຄຸ້ມຄອງ, ການຄວບຄຸມ ກໍຄື ການລາດຕະເວນ ຢູ່ເຂດຊາຍແດນ ລາວ-ຈີນ, ຈັດຕັ້ງການປ້ອງກັນ ແລະ ຄວບຄຸມພະຍາດໃຫ້ດີ, ຮ່ວມແຮງຕ້ານການເຂົ້າອອກຊາຍແດນທີ່ຜິດກົດໝາຍ, ການຄ້າເຖື່ອນ, ການຄ້າຂາຍຢາເສບຕິດ ແລະ ການກະທໍາຜິດຂ້າມຊາຍແດນປະເພດຕ່າງໆ, ອອກແຮງສະກັດກັ້ນການແຜ່ລາມຂອງພະຍາດໂຄວິດ-19 ຢູ່ພື້ນທີ່ຊາຍແດນລາວ-ຈີນ, ຮ່ວມກັນປົກປັກຮັກສາຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ.

ຕາມຂໍ້ມູນໃຫ້ຮູ້ວ່າ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນ ໄດ້ມອບລົດເກງຕໍາຫຼວດທັງໝົດ 2 ຄັນ, ລົດກະບະ 5 ຄັນ ແລະ ລົດຈັກຕໍາຫຼວດ 25 ຄັນ ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບລາວໃນຄັ້ງນີ້.