ໂຄງການ ເຂື່ອນໄຟຟ້ານໍ້າຕົກຍ່ານໃຕ້ຫ້ວຍລໍາພັນໃຫຍ່ລາວທີ່ເປັນໂຄງການຕົວຢ່າງຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ສໍາເລັດການກໍ່ສ້າງ ແລະ ມອບຮັບ

lmcchina.org, August 29, 2021
Size:

ໂຄງການເຂື່ອນໄຟຟ້ານໍ້າຕົກຍ່ານໃຕ້ຫ້ວຍລໍາພັນໃຫຍ່ລາວທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນ ໄດ້ສ້າງສໍາເລັດ ແລະ ຈັດພິທີມອບຮັບໃນເມື່ອບໍ່ດົນມານີ້, ປັດຈຸບັນໄດ້ເຂົ້າສູ່ໄລຍະການຮັບປະກັນຄຸນນະພາບເປັນເວລາໜຶ່ງປີ. ພາຍຫຼັງເຂົ້າສູ່ໄລຍະຮັບປະກັນຄຸນນະພາບແລ້ວ, ການດໍາເນີນງານຂອງເຂືື່ອນໄຟຟ້າຈະມອບໃຫ້ເຈົ້າຂອງໂຄງການເປັນຜູ້ຮັບຜິດຊອບ, ສ່ວນຄະນະຮັບຜິດຊອບໂຄງການຈະສະໜອງການບໍລິການດ້ານເຕັກນິກ ແລະ ວຽກງານບູລະນະຮັກສາໂຄງການພາຍໃນໄລຍະການຮັບປະກັນຄຸນນະພາບໃຫ້ແກ່ຝ່າຍເຈົ້າຂອງໂຄງການ.

ນັບແຕ່ພະຍາດໂຄວິດ-19 ໄດ້ແຜ່ລະບາດໃນຕົ້ນປີ 2020 ເປັນຕົ້ນມາ, ຄະນະຮັບຜິດຊອບໂຄງການເຂື່ອນໄຟຟ້ານໍ້າຕົກຍ່ານໃຕ້ຫ້ວຍລໍາພັນໃຫຍ່ລາວ ດ້ານໜຶ່ງໄດ້ປ້ອງກັນ ແລະ ຄວບຄຸມພະຍາດ, ອີກດ້ານໜຶ່ງກໍໄດ້ດໍາເນີນການຜະລິດດ້ວຍຄວາມປອດໄພ. ໃນຕົ້ນປີນີ້, ໄດ້ສໍາເລັດບັນດາຄາດ ໝາຍສໍາຄັນຂອງໂຄງການ, ເຊິ່ງລວມມີການທົດລອງນໍາໃຊ້ຈັກປັ່ນໄຟ 2 ໜ່ວຍ ເຮັດວຽກເປັນເວລາ 72 ຊົ່ວໂມງ ແລະ ການຜະລິດໄຟຟ້າເຕັມການບັນຈຸ. ນັບແຕ່ເປີດນໍາໃຊ້ ແລະ ຜະລິດໄຟຟ້າ ຈົນມາຮອດປັດຈຸບັນ, ຂໍ້ມູນ ແລະ ດັດຊະນີແຕ່ລະຕົວຂອງຈັກປັ່ນໄຟ ແລະ ເຂື່ອນໄຟຟ້າລ້ວນແຕ່ຢູ່ໃນລະດັບປົກກະຕິ, ຈັກປັ່ນໄຟບັນລຸເງື່ອນໄຂການຜະລິດໄຟຟ້າເຕັມການບັນຈຸ, ບໍລິມາດກໍາລັງການຜະລິດໄຟຟ້າກໍສາມາດຕອບສະໜອງຕາມຄວາມຕ້ອງການ, ສໍາເລັດການກໍ່ສ້າງ ແລະ ໄດ້ຈັດການມອບຮັບແລ້ວ.

ຕາມຂໍ້ມູນໃຫ້ຮູ້ວ່າ, ເຂື່ອນໄຟຟ້ານໍ້າຕົກຍ່ານໃຕ້ຫ້ວຍລໍາພັນໃຫຍ່ລາວ ເປັນເຂື່ອນໄຟຟ້ານໍ້າຕົກທີ່ສ້າງມີໂຮງຜະລິດໄຟຟ້າຢູ່ຫຼັງເຂື່ອນ ທີ່ຖືເອົາການຜະລິດໄຟຟ້າເປັນຫຼັກ, ເຊິ່ງເຂື່ອນໄຟຟ້ານີ້ໄດ້ກວມເອົາເນື້ອທີ່ນ່ານນໍ້າ 380 ກິໂລຕາແມັດ, ລະດັບການເກັບນໍ້າຂອງອ່າງນໍ້າຕາມປົກກະຕິແມ່ນ 198 ແມັດ ບໍລິມາດການເກັບນໍ້າຫຼາຍທີ່ສຸດແມ່ນ 73,9 ລ້ານແມັດກ້ອນ, ມີກໍາລັງຕິດຕັ້ງທັງໝົດ 15 ເມກາວັດ. ໃນຖານະທີ່ເປັນໂຄງການຕົວຢ່າງຂອງ ໜຶ່ງແລວ ໜຶ່ງເສັ້ນທາງ, ການກໍ່ສ້າງຂອງເຂື່ອນໄຟຟ້ານໍ້າຕົກຍ່ານໃຕ້ຫ້ວຍລໍາພັນໃຫຍ່ລາວ ໄດ້ສ້າງວຽກເຮັດງານທຳເປັນຈໍານວນຫຼາຍພັນຕໍາແໜ່ງໃຫ້ແກ່ປະຊາຊົນລາວຢູ່ໃນທ້ອງຖິ່ນ, ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນອ້ອມຂ້າງຢ່າງມີປະສິດທິຜົນ, ທັງໄດ້ຊ່ວຍຊຸກຍູ້ການພັດທະນາຂອງເສດຖະກິດທ້ອງຖິ່ນ. ການສ້າງສໍາເລັດ ແລະ ການເປີດນໍາໃຊ້ຂອງເຂື່ອນໄຟຟ້າດັ່ງກ່າວ ກໍສະໜອງພະລັງງານສະອາດທີ່ມີຄຸນນະພາບສູງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນ 4 ແຂວງພາກໃຕ້ຂອງລາວ.