ຫວຽດ​ນາມ​ກ່າວ​ວ່າ​: ການ​​ຂະ​ຫຍາຍການ​ພົວ​ພັນ​ກັບ​ຈີນ​ແມ່ນ​ນະ​ໂຍ​ບາຍ​ຕໍ່​ຕ່າງ​ປະ​ເທດ​ທີ່​ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດຂອງ​ຫວຽດ​ນາມ

CRI, August 27, 2021
Size:

ວັນທີ 24 ສິງຫານີ້, ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມກ່າວວ່າ: ຫວຽດນາມໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍການພົວພັນກັບຈີນ,ນີ້ແມ່ນການຄັດເລືອກທາງຍຸດທະສາດທີ່ເປັນບູລິມະສິດສູງສຸດໃນນະໂຍບາຍຕໍ່ຕ່າງປະເທດຂອງຫວຽດນາມ.

ໃນມື້ດັ່ງກ່າວ, ທ່ານ ຟາມມິງຈິງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ໂສງໂປ່ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມຢູ່ສຳນັກງານນາຍົກລັດຖະມົນຕີໂດຍກ່າວວ່າ: ການຂະຫຍາຍການພົວພັນລະຫວ່າງຫວຽດນາມ-ຈີນຢ່າງໝັ້ນທ່ຽງແລະປອດໃສມີບົດບາດສຳຄັນທີ່ມີລັກສະນະ ຕັດສິນຊີ້ຂາດຕໍ່ການຊຸກຍູ້ວຽກງານການສ້າງສັງຄົມນິຍົມຂອງສອງຝ່າຍ,ທັງມີຜົນດີຕໍ່ການປົກປັກຮັກສາສັນຕິພາບ,ສະຖຽນລະພາບແລະການພັດທະນາຂອງພາກພື້ນກໍຄືຂອງໂລກ.

ທ່ານ ຟາມມິງຈິງ ໄດ້ສະແດງຄວາມຂອບໃຈຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັກຊີນໂຄວິດ-19 ຫຼາຍງວດແກ່ຫວຽດນາມຢ່າງທັນເວລາພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຂ້ຽວຂາດແລະຫຍຸ້ງຍາກຢູ່ຫວຽດນາມ. ທ່ານກ່າວວ່າ: ປັດຈຸບັນ, ພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢູ່ໃນໂລກ, ປະຊາຄົມໂລກຄວນເພີ່ມທະວີຄວາມສາມັກຄີແລະການຮ່ວມມື,ເພື່ອຮ່ວມກັນຕ້ານກັບພະຍາດໂຄວິດ-19,ນີ້ແມ່ນທາງເລືອກທີ່ຖືກຕ້ອງພຽງໜຶ່ງດຽວໃນການເອົາຊະນະການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ຫວຽດນາມມີຈຸດຢືນໃນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດຢ່າງສະເໝີຕົ້ນສະເໝີປາຍ,ຄັດຄ້ານການຫັນບັນຫາການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດເປັນບັນຫາການເມືອງ.