ເລີ່ມ​ການປະ​ຕິ​ບັດ​ກົດ​ໝາຍ​​ແລະ​ລາດ​ຕ​ະ​ເວນ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 108 ລະ​ຫວ່າງຈີນ, ລາວ, ມຽນ​ມາ ແລະ ໄທ

CRI, August 26, 2021
Size:

ເຈົ້າໜ້າທີ່ຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນແຈ້ງຂ່າວວ່າ: ເວລາ 11 ໂມງຂອງວັນທີ 24 ສິງຫານີ້, ພາກສ່ວນປະຕິບັດກົດໝາຍຂອງຈີນ, ລາວ, ມຽນມາ ແລະ ໄທໄດ້ເລີ່ມການປະຕິບັດກົດໝາຍແລະລາດຕະເວນຮ່ວມຕາມແມ່ນ້ຳຂອງຄັ້ງທີ 108.

ກ່ອນອອກເດີນທາງ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ຈັດກອງປະຊຸມເຈົ້າໜ້າທີ່ບັນຊາການເຄື່ອນໄຫວ ແລະ ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານເຂດລ້ອງແມ່ນ້ຳຂອງ ໂດຍຜ່ານທາງວິດີໂອ. 4 ປະເທດເປັນເອກະພາບກັນເຫັນດີໃຫ້ລິເລີ່ມການເຄື່ອນໄຫວຮ່ວມກັນປາບປາມການກໍ່ຄະດີຂ້າມຊາຍແດນຕາມລ້ອງແມ່ນ້ຳຂອງຢ່າງເປັນທາງການທີ່ໃຊ້ເວລາ 3 ເດືອນ, ໂດຍຖືເອົາການປະຕິບັດກົດໝາຍແລະລາດຕະເວນຮ່ວມຄັ້ງນີ້ເປັນຈຸດເລີ່ມຕົ້ນ, ສຸມໃສ່ປາບປາມການລັກລອບຂ້າມຊາຍແດນ, ການຄ້າຢາເສບຕິດ ແລະ ການຕົວະຕົ້ມທາງໂທລະຄົມແລະອິນເຕີເນັດ ຢູ່ຕາມລ້ອງແມ່ນ້ຳຂອງ.

ຕາມຂ່າວແຈ້ງວ່າ: ການເຄື່ອນໄຫວສະເພາະກິດຄັ້ງນີ້ເປັນການເຄື່ອນໄຫວສະເພາະກິດຄັ້ງທີ 2 ຫຼັງຈາກໄດ້ດຳເນີນການຮ່ວມກັນປາບປາມຢາເສບຕິດເປັນຮ້ອຍວັນຢູ່ຕາມລ້ອງແມ່ນ້ຳຂອງ. ການເຄື່ອນໄຫວສະເພາະກິດຄັ້ງນີ້ຈະເພີ່ມທະວີການຄຸ້ມຄອງຮ່ວມຢູ່ຕາມລ້ອງແມ່ນ້ຳຂອງຂອງ 4 ປະເທດ, ປາບປາມການກໍ່ຄະດີຂ້າມຊາຍແດນຢ່າງເຂັ້ມງວດ ແລະ ຊ່ວຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19.