ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 400,000 ໂດສ

CRI, August 25, 2021
Size:

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6ຕື່ມອີກ 400,000 ໂດສ_fororder_微信图片_20210825092901

    ວັກຊີນປ້ອງກັນໂຄວິດ-19 ອີກຈໍານວນ 400,000 ໂດສ, ເຂັມສັກຢາ ພ້ອມກັບນໍາຢາກວດເຊື້ອພະຍາດໂຄວິດ-19 ທີ່ກອງທັບປົດປ່ອຍປະຊາຊົນຈີນສະໜອງໃຫ້ ກອງທັບປະຊາຊົນລາວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນແລງວັນທີ 23 ສິງຫາ 2021. ຕາງໜ້າຝ່າຍລາວກ່າວຮັບໂດຍ ທ່ານ ພົຕ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະກ່າວມອບໂດຍທ່ານ ພັອ ພິເສດ ຫຼີປິ່ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

   ເວົ້າລວມແລ້ວນັບແຕ່ຕົ້ນເດືອນກຸມພາຜ່ານມາ,ປະເທດຈີນໄດ້ສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ກັບປະເທດລາວແລ້ວ6ຄັ້ງລວມທັງໝົດ 3,300,000 ກວ່າໂດສ ພ້ອມກັບອຸປະກອນການແພດນໍາອີກ.ໃນນັ້ນ,ກອງທັບປົດປ່ອຍປະຊາຊົນຈີນໄດ້ຊ່ວຍເຫຼືອໂດຍການສະໜອງດ້ານອຸປະກອນການແພດ, ວັກຊີນປ້ອງກັນໂຄວິດ-19 ພ້ອມທັງໄດ້ສົ່ງຄະນະຊ່ຽວຊານການແພດກອງທັບຈີນ ມາຊ່ວຍກອງທັບປະຊາຊົນປະຕິວັດລາວ ລວມທັງໝົດ4ຄັ້ງ.

   ທ່ານ ພົຕ ວົງຄໍາ ພົມມະກອນ ຕາງຫນ້າໃຫ້ນັກຮົບທົ່ວກອງທັບປະຊາຊົນລາວກ່າວສະແດງຄວາມຂອບໃຈຢ່າງສູງ ໄປຍັງກອງທັບປົດປ່ອຍປະຊາຊົນຈີນອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະໃຫ້ການຊ່ວຍເຫຼືອອັນລ້ໍາຄ່າຕໍ່ກອງທັບປະຊາຊົນລາວ ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານຕາມທິດ 4 ດີ ແລະທັງເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ທີ່ມີຄວາມຫມາຍທາງດ້ານຍຸດທະສາດ ລະຫວ່າງສອງພັກ, ສອງລັດ ກໍຄືສອງກອງທັບລາວ-ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກຢ່າງບໍ່ຢຸດຢັ້ງ. ສໍາລັບວັກຊີນທີ່ມອບໃຫ້ໃນຄັ້ງນີ້ຈະນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດຢູ່ ສປປ ລາວ.ທ່ານຍັງກ່າວຕື່ມວ່າ: ສຳລັບບັນຫາການໄຕ່ສວນຄົ້ນຫາແຫຼ່ງກຳເນີດຂອງເຊື້ອໂລກ ແມ່ນສະເໜີໃຫ້ຢຶດໝັ້ນຫຼັກການອັດຕະວິໄສ, ປ່ອງໃສ, ກວມລວມ ແລະບໍລິສຸດຂາວສະອາດຕາມທິດທາງວິທະຍາສາດ ແລະ ຝ່າຍລາວກໍ່ເຄິຍສະແດງທັດສະນະການຕໍ່ຕ້ານຫັນບັນຫາໄຕ່ສວນຄົ້ນຫາແຫຼ່ງກຳເນີດຂອງເຊື້ອໂຣກທີ່ຫັນເປັນບັນຫາທາງດ້ານການເມືອງ.

    ໂອກາດນີ້, ທ່ານ ພັອ ພິເສດ ຫຼີປິ່ງ ກ່າວວ່າ: ກອງທັບປົດປ່ອຍປະຊາຊົນຈີນຢືນຢັນເດັດດ່ຽວຢູ່ຄຽງຂ້າງກອງທັບປະຊາຊົນລາວ, ແລະສືບຕໍ່ຮ່ວມມືຮ່ວມຈິດຮວ່ມໃຈ ກັບຝ່າຍລາວໃນການຕອບໂຕ້ໂຄວິດ-19, ໂດຍເສີມຂະຫຍາຍສາຍພົວພັນຢ່າງຕັ້ງໜ້າແລະເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງກອງທັບຈີນ-ລາວໃຫ້ແໜ້ນແຟ້ນຍິ່ງຂື້ນ.