ນະ​ຄອນ​ຈຸ່ງ​ກິ່ງ​ຂອງ​ຈີນສາ​ມາດກາຍ​ເປັນຂົວ​​ຕໍ່​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ກັບ​ອາ​ຊຽນ​ໃນ​ຫຼາຍ​ຂົງ​ເຂດ

CRI, August 25, 2021
Size:

ວັນທີ 23 ສິງຫານີ້, ເວທີປຶກສາຫາລືຍ່ອຍກ່ຽວກັບການພັດທະນາ ຂອງເວທີເສດຖະກິດການຄ້າອະເນກປະສົງເຂດພັດທະນາໃໝ່ຫຼຽງຈ່ຽງນະຄອນຈຸ່ງກິ່ງ-ປະເທດອົງການຮ່ວມມືຊຽງໄຮ້ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຂອງຈີນ ຜ່ານທາງອອນລາຍແລະອັອຟລາຍແລະໄດ້ແລກປ່ຽນຄວາມຄິດເຫັນກັນກ່ຽວກັບຫົວຂໍ້ “ການສ້າງເສດຖະກິດດີຈີຕອນໃຫ້ເຊື່ອມໂຍງເຂົ້າກັບເສດຖະກິດດັ້ງເດີມໄດ້ຢ່າງເລິກເຊິ່ງ ເພື່ອຊຸກຍູ້ການສ້າງສະພາບການໃໝ່ໃນການຮ່ວມມືດ້ານເສດຖະກິດການຄ້າຂອງປະເທດອົງການຮ່ວມມືຊຽງໄຮ້”.     

ທ່ານ ວະລາດີເມຍ ອິມາໂມວິສ ໂນໂຣຟ ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ກ່າວຄຳປາໄສຜ່ານທາງວິດີໂອໂດຍຊີ້ໃຫ້ເຫັນວ່າ: ນະຄອນຈຸ່ງກິ່ງແມ່ນຂົວຕໍ່ພາກພື້ນອາຊີປາຊີຟິກ, ບັນດາແຂວງທີ່ໄກກັບຊາຍຝັ່ງທະເລຂອງຈີນກັບປະເທດເອີຣົບ-ອາຊີ, “ການບໍລິການດ້ານການຂົນສົ່ງສິນຄ້າເປັນປະຈຳລະຫວ່າງຈຸ່ງກິ່ງ-ອາຊຽນ”ໄດ້ເຊື່ອມຕໍ່ກັບຫວຽດນາ ມ,ລາວ, ໄທ, ກຳປູເຈຍ, ມຽນມາ ແລະ ສິງກະໂປໂດຍຜ່ານເສັ້ນທາງການບິນ 6 ສາຍ. ນະຄອນຈຸ່ງກິ່ງສາມາດກາຍເປັນຂົວຕໍ່ລະຫວ່າງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ກັບປະເທດອາຊຽນໃນຫຼາຍຂົງເຂດທີ່ກ່ຽວກັບການຄ້າເຊັ່ນ: ເອເລັກໂຕຣນິກ, ການຂົນສົ່ງແລະການຈໍລະຈອນສິນຄ້າ,ເຕັກນິກຂໍ້ມູນຂ່າວສານແລະການທ່ອງທ່ຽວເປັນຕົ້ນ.