ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່ປະ​ເທດ​ຕາມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຍັງ​ສາ​ມາດຮັກ​ສາ​ການ​ເຕີບ​ໂຕໄດ້​ໃນ 7 ເດືອນ​ຂອງ​ປີ​ນີ້

CRI, August 24, 2021
Size:

ຕາມຂ່າວ CRI:ຕາມຕົວເລກທີ່ເຜີຍແຜ່ໂດຍກະຊວງການຄ້າຈີນໃນວັນທີ 19 ສິງຫານີ້ສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີ 2021 ນີ້, ການລົງທຶນໂດຍກົງຂອງຈີນຢູ່ຕ່າງປະເທດທີ່ບໍ່ແມ່ນປະເພດການທະນາຄານ ໄດ້ບັນລຸເຖິງ 406,52 ຕື້ຢວນ, ແຕ່ກໍ່ຫຼຸດລົງ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໂຄງການຮັບເໝົາຢູ່ຕ່າງປະເທດໄດ້ບັນລຸມູນຄ່າທາງທຸລະກິດ 508,13 ຕື້ຢວນ, ໄດ້ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ທ່ານກ່າວເຟີ່ງ, ໂຄສົກກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຂ່າວໃນວັນທີ 19 ສິງຫານີ້ວ່າ: ໃນ 7 ເດືອນຂອງປີ 2021 ນີ້, ການລົງທຶນໂດຍກົງຂອງຈີນຢູ່ປະເທດຕ່າງໆທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຍັງສາມາດຮັກສາການເຕີບໂຕໄດ້, ຕະຫຼາດການຮັບເໝົາໂຄງການມີຄວາມໝັ້ນທ່ຽງ. 

ທ່ານກ່າວເຟີ່ງກ່າວວ່າ, ເມື່ອເບິ່ງຈາກຕົວເລກ, ໃນ 7 ເດືອນຂອງປີນີ້, ການລົງທຶນເຂົ້າໃນຂົງເຂດການຄົ້ນຄວ້າດ້ານວິທະຍາສາດ,ການບໍລິການດ້ານເຕັກໂນໂລຊີ, ຂະແໜງການຜະລິດ, ຂະແໜງການຄົມມະນາຄົມຂົນສົ່ງ, ການບໍລິການທາງພົນລະເຮືອນແລະຂົງເຂດອື່ນໆໄດ້ຮັກສາທ່ວງທ່າການເຕີບໂຕ. ໃນຂົງເຂດໂຄງການທີ່ໄດ້ຮັບການເຊັນສັນຍາໃໝ່ສຳລັບໂຄງການຮັບເໝົາຢູ່ຕ່າງປະເທດມີໂຄງການເຕົ້າໂຮມແລະໂຄງການໃຫຍ່ຫຼາຍກວ່າເກົ່າ. ໃນຂົງເຂດຄົມມະນາຄົມຂົນສົ່ງ, ການກໍ່ສ້າງພະລັງງານໄຟຟ້າແລະສິ່ງກໍ່ສ້າງທົ່ວໄປແລະຂົງເຂດອື່ນໆ, ໄດ້ກວມຫຼາຍກວ່າ 60%.