ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ຢຸດ​ຕິ​ການ​ເຄື່ອນ​ໄຫວທາງ​ການ​ເມືອງ​ກ່ຽວ​ກັບ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

CRI, August 24, 2021
Size:

ຕາມຂ່າວCRI:ມີຂ່າວລາຍງານໃນຫວ່າງກ່ອນນີ້ບໍ່ດົນວ່າ, ເຈົ້າໜ້າທີ່ຊັ້ນສູງຂອງລັດຖະບານອາເມຣິກາກຳລັງບັງຄັບຫຼືຊັກຊວນໃຫ້ປະເທດຕ່າງໆຢູ່ອ້ອມຂ້າງຈີນຊ່ວຍຕົນປ່າວຂ່າວກ່ຽວກັບອັນທີ່ວ່າ “ຈີນເປັນແຫຼ່ງກຳເນີດຂອງເຊື້ອພະຍາດ” ດ້ວຍຂໍ້ອ້າງການຊ່ວຍເຫຼືອວັກຊີນ, ເພື່ອແບ່ງແຍກຈີນກັບປະເທດຕ່າງໆທີ່ຢູ່ອ້ອມຂ້າງແລະຮັກສາຖານະນຳພາຂອງອາເມຣິກາຢູ່ໃນພາກພື້ນ.

ວັນທີ 20 ສິງຫານີ້, ທ່ານນາງຮວ້າ ຊຸ່ນ ຢີງ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຂ່າວວ່າ, ປັດຈຸບັນນີ້, ທົ່ວໂລກຍັງກຳລັງຜະເຊີນໜ້າກັບສິ່ງທ້າທາຍຢ່າງຂ້ຽວຂາດຈາກການແຜ່ລະບາດຂອງພະຍາດ, ຕ້ອງການຄວາມສາມັກຄີແລະການຮ່ວມມືຢ່າງຮີບດ່ວນ. ວັກຊີນແມ່ນອາວຸດທີ່ສຳຄັນໃນການຕ້ານເຊື້ອພະຍາດ, ແມ່ນຄວາມຫວັງໃນການຊ່ວຍເຫຼືອຊີວິດ, ບໍ່ຄວນເອົາວັກຊີນມາພົວພັນກັບບັນຫາການເມືອງ. ຫວັງວ່າອາເມຣິກາຈະຢຸດຕິການເຄື່ອນໄຫວທາງການເມືອງກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດ, ແລະຢຸດຕິການສ້າງຄວາມສັບສົນວຸ້ນວາຍໃນການຮ່ວມມືສາກົນເພື່ອຕ້ານພະຍາດໂຄວິດ-19.