ງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021ຈັດຂື້ນແລະອັດລົງດ້ວຍຜົນສໍາເລັດ

CRI, August 23, 2021
Size:

ພິທີມອບລາງວັນງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ພາຍໃຕ້ຫົວຂໍ້ “ຄຽງຂ້າງກັນ” ໄດ້ຈັດຂຶ້ນແລະອັດລົງດວ້ຍຜົນສຳເລັດໃນວັນທີ 20 ສິງຫາ 2021 ນີ້, ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສິນເສີນ ທີ່ປຶກສາສະຖານທູດ ສປ ຈີນ ປະຈຳ ສປປ ລາວພ້ອມດ້ວຍບັນຫາຫົວໜ້າກົມ, ບັນດາຜູ້ເຂົ້າແຂ່ງຂັນ ແລະພາກສ່ວນກ່ຽວທີ່ຂ້ອງເຂົ້າຮ່ວມ.

ງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021ແມ່ນສູນອາຊີ-ອາຟຣິກາຂອງສະຖາ ນີວິທະຍຸໂທລະພາບສູນກາງຈີນ(CMG) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ(ຖວທ) ເປັນເຈົ້າພາບແລະCRI ປະຈຳລາວ ຮ່ວມກັບ ກົມຮູບເງົາ ກະຊວງ ຖວທ ໄດ້ຮັບການມອບໝາຍເປັນຜູ້ຮັບຜິດຊອບໂດຍກົງເພື່ອດຳເນີນກິດຈະກຳງານປະກວດວິດີໂອສັ້ນໃນຄັ້ງນີ້,ເຊິ່ງພິທີຖະແຫຼງຂ່າວເປີດງານຢ່າງເປັນທາງການໄດ້ຈັດຂື້ນເມື່ອຕົ້ນເດືອນກຸມພາ2021,ໂດຍມີຈຸດປະ ສົງເພື່ອສຸມໃສ່ຍົກເອົາເລື່ອງລາວອັນອົບອຸ່ນທີ່ໄດ້ເກີດຂຶ້ນໃນຮອບ60 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ກໍ່ຄືການເພີ່ມທະວີຄວາມສາມັກ ຄີສ້າງໄມຕີຈິດມິດຕະພາບລະຫວ່າງສອງປະເທດລາວ-ຈີນ.

ການແຂ່ງຂັນຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈ ແລະຄວາມນິຍົມຊົມຊອບຈາກມວນຊົນທົ່ວປະເທດລາວ ໂດຍໄດ້ຮັບຜົນງານວິດີໂອເກືອບ231ເລື່ອງທີ່ສົ່ງເຂົ້າປະກວດ, ລວມທັງຂົງເຂດວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ກິລາ ແລະອື່ນໆ, ໃນນັ້ນຜົນງານຈາກຝ່າຍລາວເກືອບ47ເລື່ອງ.

ໂອກາດນີ້, ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກ່າວວ່າ, ບັນດາຮູບເງົາ-ວີດີໂອທີ່ສົ່ງເຂົ້າຮ່ວມການແຂ່ງຂັນທັງໝົດໃນເທື່ອນີ້ ໄດ້ເປັນເຄື່ອງມືສື່ສານອັນໜຶ່ງທີ່ສະແດງອອກເຖິງນໍ້າໃຈມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ການ ພົວພັນຮ່ວມມືທີ່ມີມູນເຊື້ອລະຫວ່າງລາວ-ຈີນ, ຈີນ-ລາວ ແລະ ຈະເປັນແຮງຍູ້ໜູນສົ່ງເສີມຄູ່ຮວ່ມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີຄື:ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ,ສະຫາຍທີ່ດີແລະຄູ່ຮວ່ມມືທີ່ດີ.”ແລະການເປັນຄູ່ຮ່ວມມືຊາຕາກໍາລາວ-ຈີນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມດຽວກັນນີ້ ງານແຂ່ງຂັນໃນຄັ້ງນີ້ ຍັງເປັນການປະກອບສ່ວນໃຫ້ແກ່ການສົ່ງເສີມ ແລະ ພັດທະນາວຽກງານຮູບເງົາລາວ ກໍຄືການພົວພັນຮ່ວມມືດ້ານວຽກງານຮູບເງົາລະຫວ່າງລາວ-ຈີນຕື່ມອີກ.

ທ່ານນາງ ແສງແກ້ວ ຫົວໜ້າ CRI ປະຈຳລາວກ່າວວ່າ: ປັດຈຸບັນ, ການພົວພັນສອງປະເທດ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດລາວ-ຈີນ, CRI ຍິນດີຈະສືບຕໍ່ຜະລິດລາຍການທີ່ໜ້າຟັງກວ່າເກົ່າ, ຮ່ວມກັບຝ່າຍລາວຈັດກິດຈະກຳທີ່ສົ່ງເສີມມິດຕະພາບສອງປະເທດໃຫ້ຫຼາຍກວ່າເກົ່າ, ຫວັງວ່າ ປະຊາຊົນລາວແລະຈີນຈະສືບຕໍ່ນຳໃຊ້ກ້ອງຖ່າຍຮູບ, ຕົວອັກສອນ ແລະຮູບພາບ ມາບັນທຶກພາບທີ່ປະທັບໃຈ ໃນການໄປມາຫາສູ່ກັນແລະການຮ່ວມມືລາວ-ຈີນ, ແບ່ງປັນເລື່ອງດີເລື່ອງກະຕຸ້ນໃຈຄົນລະຫວ່າງສອງຊາດຢ່າງຕັ້ງໜ້າ, ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໃຫ້ແໜ້ນແຟ້ນກວ່າເກົ່າ.

ທ.ອາທິດໄຊ ບວນດາວເຮືອງ ຜູ້ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນຄັ້ງນີ້ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ຕົນຮູ້ສຶກເປັນກຽດແລະປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ບັນທຶກ ແລະນຳສະເໜີມິດຕະພາບລະຫວ່າງສອງປະເທດລາວ-ຈີນຜ່ານທາງວິດີໂອ. ລາວຈະສືບຕໍ່ເຂົ້າຮ່ວມກິດຈະກຳ ແລະສ້າງຜົນງານທີ່ໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບລາວ-ຈີນໃນອະນາຄົດ.