ນັກ​ວິ​ທະ​ຍາ​ສາດ​ຫຼາຍ​ປະ​ເທດ​ກ່າວ​ຕີ​ໂຕ້​ຖ້ອຍ​ຄວາມ​ທີ່​ວ່າ“​​ໄວ​ຣັດ​ໂຄວິດ-19ແມ່ນຮົ່ວ​ອອກ​ຈາກຫ້ອງ​ທົດ​ລອງ”

CRI, August 23, 2021
Size:

ຫວ່າງມໍ່ໆມານີ້ ມີນັກວິທະຍາສາດຂອງຫຼາຍປະເທດໄດ້ຮ່ວມກັນແຕ່ງບົດຄວາມ ກ່ຽວກັບການຄົ້ນຫາແຫຼ່ງກຳເນີດໄວຣັດໂຄວິດ-19 ໂດຍໄດ້ລົງພິມຢູ່ວາລະສານ “ຈຸລັງ” ຂອງອາເມຣິກາ,ນີ້ເປັນການວິນິດໄສທີ່ສຳຄັນຂອງນັກຊາການໃນຂົງເຂດທີ່ກ່ຽວຂ້ອງທີ່ມີຕໍ່ບັນຫາດັ່ງກ່າວບົນພື້ນຖານຫຼັກຖານທາງວິທະຍາສາດທີ່ມີຢູ່ໃນປັດຈຸບັນ. ບົດຄວາມດັ່ງກ່າວໄດ້ຕອບໂຕ້ຖ້ອຍຄວາມກົນອຸບາຍທີ່ວ່າ “ໄວຣັດໂຄວິດ-19 ແມ່ນຮົ່ວອອກຈາກຫ້ອງທົດລອງຊີວະພາບອູຮັ້ນ”ທີ່ປ່າວຂ່າວໂດຍນັກການເມືອງອາເມຣິກາຈຳນວນໜຶ່ງ ແລະຊີ້ໃຫ້ເຫັນວ່າ:ການແຜ່ລະບາດຈາກສັດສູ່ມະນຸດ ເປັນແຫຼ່ງກຳເນີດໄວຣັດໂຄວິດ-19 ທີ່ມີຄວາມອາດເປັນໄປໄດ້ຫຼາຍກວ່າໝູ່.

ບົດຄວາມດັ່ງກ່າວລະບຸວ່າ: ໃນປະຫວັດສາດມະນຸດ ບໍ່ມີພະຍາດແຜ່ລະບາດໃດໆທີ່ເກີດຂຶ້ນຍ້ອນໄວຣັດແບບໃໝ່ໂຕນໜີ,ໄວຣັດທີ່ສາມາດຕິດແປດມະນຸດ ສ່ວນຫຼາຍແມ່ນມີແຫຼ່ງກຳເນີດຮ່ວມກັນຈາກມະນຸດແລະສັດ. ບໍ່ມີຫຼັກຖານໃດໆທີ່ສາມາດພິສູດໃຫ້ເຫັນໄດ້ວ່າ ຜູ້ເປັນພະຍາດໂຄວິດ-19 ທີ່ເກີດຂຶ້ນໃນໄລຍະຕົ້ນ ກໍລະນີໃດໆມີການພົວພັນໃດໆກັບສະຖາບັນຄົ້ນຄວ້າໄວຣັດອູຮັ້ນ. ຖ້າວ່າບໍ່ສາມາດຮ່ວມມືກັນເພື່ອຮັກສາແຫຼ່ງກຳເນີດໄວຣັດໂຄວິດ-19 ຢ່າງຮອບດ້ານໄດ້, ໃນອະນາຄົດ ເມື່ອຜະເຊີນໜ້າກັບສະພາບພະຍາດທີ່ແຜ່ລະບາດທົ່ວໄປຍ້ອນການເຄື່ອນໄຫວຂອງມວນມະນຸດໃນອະນາຄົດ ທົ່ວໂລກຍັງຈະມີຄວາມອ່ອນແອຄືກັນ.