ກອງປະຊຸມສຳມະນາການຄ້າ 2021 ຖືກປ່ຽນມາຈັດເປັນແບບອອນລາຍ

Yunnan Gateway, August 20, 2021
Size:

ງານວາງສະແດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມສຳມະນາການຄ້າ-ການລົງທຶນ 2021 (ຕໍ່ໄປເອີ້ນຫຍໍ້ວ່າ ກອງປະຊຸມສຳມະນາການຄ້າ ) ໄດ້ຍົກເລີກການຈັດຢູ່ໃນສະຖານທີ່ຈັດງານ ແລະ ປ່ຽນມາຈັດແບບອອນລາຍ. ຊື່ຂອງກອງປະຊຸມ ແລະ ງານວາງສະແດງຖືກປ່ຽນມາເປັນ “ງານວາງສະແດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມສຳມະນາການຄ້າ-ການລົງທຶນແບບອອນລາຍ 2021”, ເວລາໃນການຈັດງານຍັງຄົງແມ່ນວັນທີ 25-29 ສິງຫາ. ປັດຈຸບັນ, ການກະກຽມວຽກງານແຕ່ລະລາຍການກຳລັງດຳເນີນໄປຢ່າງເປັນລະບຽບຂັ້ນຕອນ.

ຈຸດເດັ່ນ ແລະ ເອກະລັກຂອງກອງປະຊຸມສຳມະນາການຄ້າ ແບບອອນລາຍ ໄດ້ລວມເອົາເນື້ອໃນເຊັ່ນ: ການນຳໃຊ້ໂທລະສັບໜ່ວຍດຽວເຂົ້າຊົມງາມ, ງານວາງສະແດງ “ຄລາວ(cloud)” ແບບບໍ່ເສຍຄ່າ, ການບໍລິການອັດສະລິຍະແບບຄົບວົງຈອນ ແລະ ກິດຈະກຳການຖ່າຍທອດສົດໃນໄລຍະກອງປະຊຸມ ເປັນຕົ້ນ. ຫໍວາງສະແດງອອນລາຍປະກອບດ້ວຍ ຫໍພະລັງງານສີຂຽວ, ຫໍເປົ້າໝາຍຊີວິດສຸຂະພາບດີ, ຫໍຜະລິດຕະພັນອາຫານສີຂຽວ, ຫໍເຂດ, ເມືອງ ແລະ ແຂວງໃນຈີນ, ຫໍຕ່າງປະເທດ ແລະ ຫໍການຮ່ວມມືລົງທຶນ. ນອກຈາກນີ້, ກອງປະຊຸມສຳມະນາການຄ້າ ແບບອອນລາຍ ຈະປະກົດມີການນຳສະເໜີດ້ວຍຫຼາຍພາສາ. ປີນີ້ເວັບໄຊ້ທາງການມີ ພາສາຈີນ, ພາສາອັງກິດ, ພາສາຫວຽດນາມ, ພາສາລາວ, ພາສາມຽນມາ, ພາສາໄທ ແລະ ພາສາກຳປູເຈຍ, ພ້ອມດຽວກັນ ກໍຈະອຳນວຍການແປພາສາຫຼາຍພາສາແບບຕົວຈິງທັນການ, ໃຫ້ບໍລິການແກ່ການສຳມະນາຕິດຕໍ່ສື່ສານຂອງວິສາຫະກິດ. ປັດຈຸບັນມີ 11ແຂວງ (ເຂດ, ເມືອງ) ເຊັ່ນ ຊຽງໄຮ, ເຈີ້ຈ່ຽງ ເປັນຕົ້ນ ທີ່ເຂົ້າຮ່ວມການວາງສະແດງອອນລາຍ. ວິສາຫະກິດຈາກ 8 ປະເທດຈາກອາຊີໃຕ້ ແລະ 11 ປະເທດຈາກອາຊີຕາເວັນອອກສ່ຽງໃຕ້ກໍໄດ້ລົງທະບຽນເພື່ອເຂົ້າຮ່ວມງານຢ່າງກະຕືລືລົ້ນ.