ລາວ-ຈີນ ຮ່ວມກັນຈັດກອງປະຊຸມພົບປະແລກປ່ຽນລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ

lmcchina.org, August 19, 2021
Size:

ໃນວັນທີ 13 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ, ສະຖານທູດສປຈີນປະຈໍາ ສປປ ລາວ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ  ຄັ້ງທີ V ຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ  ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳສປປ ລາວ, ມີຜູ້ຕາງໜ້າ ຈາກ 14 ກະຊວງກ່ຽວຂ້ອງ ເຊັ່ນ ກະຊວງແຜນການແລະການລົງທຶນ ແລະ ຜູ້ຕາງໜ້າຈາກອົງກອນແລະວິສາຫະກິດຈີນໃນ 10 ຂົງເຂດວິຊາຊີບຂອງສະພາການຄ້າຈີນປະຈໍາລາວ ກໍໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນຄັ້ງນີ້ຢ່າງພ້ອມພຽງ.

ຜູ້ຕາງໜ້ານັກທຸລະກິດຈີນຂຶ້ນກ່າວມີຄໍາເຫັນ ໂດຍໄດ້ເນັ້ນໜັກໃນຂົງເຂດການເງິນ, ໂຄງລ່າງພື້ນຖານດ້ານຄົມມະນາຄົມ,ການກໍ່ສ້າງເຂດພັດທະນາກວມລວມ, ພະລັງງານໄຟຟ້າບໍ່ແຮ່, ການປຸງແຕ່ງການຜະລິດ, ການຮ່ວມມືທາງດ້ານກະສິກໍາ ເປັນຕົ້ນ ພ້ອມກັນນັ້ນ ກໍໄດ້ຍົກຄວາມຈິງ, ໃຫ້ຄໍາແນະນໍາວິທີແກ້ໄຂ ຕໍ່ກັບການຄຸ້ມຄອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ, ການອໍານວຍຄວາມສະດວກໃຫ້ແກ່ການໄປມາຄ້າຂາຍຕາມເຂດຊາຍແດນ, ຍົກລະດັບການປະຕິບັດໜ້າວຽກຂອງພາກລັດ, ແກ້ໄຂຂອດຂັ້ນການອະນຸມັດ, ສົ່ງເສີມບັນຍາກາດການແຂ່ງຂັນໃນລະບົບຕະຫຼາດ, ເພີ່ມທະວີການປ້ອງກັນຄວາມສະຫງົບຄວາມປອດໄພທາງສັງຄົມ ແລະບັນຫາອື່ນໆ ເພື່ອໃຫ້ພາກລັດຖະບານລາວແກ້ໄຂໂດຍໄວ.

ທ່ານ ຈຽງຈ້າຍຕົງ ກໍໄດ້ສະແດງຄວາມຂອບໃຈພາກສ່ວນກ່ຽວຂ້ອງຈາກຝ່າຍລາວ ແລະ ຝ່າຍຈີນທີ່ໄດ້ທໍາຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດກອງປະຊຸມພົບປະແລກປ່ຽນຄັ້ງນີ້. ທ່ານໄດ້ກ່າວວ່າ ການຈັດກອງປະຊຸມພົບປະແລກປ່ຽນຄັ້ງນີ້ທ່າມກາງສະພາບການທີ່ພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດຢ່າງຮ້າຍແຮງ, ມັນສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນອັນສູງຕໍ່ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍຈີນ-ລາວ. ທັງສອງຝ່າຍກໍຕ້ອງປະຕິບັດຕາມຄວາມເຫັນທີ່ການນໍາສອງຝ່າຍໄດ້ບັນລຸຢ່າງເປັນເອກະພາບກັນ, ຍູ້ແຮງການເຊື່ອມຕໍ່ລະຫວ່າງຍຸດທະສາດທັງສອງປະເທດ, ເປີດກວ້າງການຮ່ວມມືແບບເປັນຮູບປະທໍາ, ສືບຕໍ່ເສີມຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຢ່າງບໍ່ຢຸດຢັ້ງ.

ທ່ານ ສອນໄຊ ສີພັນດອນ ເຫັນດີເປັນເອກະພາບຕໍ່ກັບຄໍາເຫັນຂອງ ທ່ານ ຈຽງຈ້າຍຕົງ ພ້ອມທັງກ່າວວ່າ ປີນີ້ກໍເປັນປີຄົບຮອບ 60 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນ -ລາວ ແລະ ທັງເປັນປີ ມິດຕະພາບ ຈີນ-ລາວ, ກອງປະຊຸມພົບປະແລກປ່ຽນຖືກຈັດຂຶ້ນທ່າມກາງສະພາບການທີ່ພະຍາດໂຄວິດ-19 ຍັງສືບຕໍ່ມີການແພ່ລະບາດຢູ່ໃນພາກພື້ນ ແລະ ໃນໂລກ ແລະ ໃນສະພາບທີ່ເສດຖະກິດມີການຂະຫຍາຍຕົວແບບທົດຖອຍ  ເຊິ່ງຖືວ່າການຈັດອງປະຊຸມດັ່ງກ່າວ ມັນມີຄວາມໝາຍສໍາຄັນຍິ່ງ. ພາກລັດຖະບານລາວໃຫ້ຄວາມສໍາຄັນສູງ ແລະ ຍິນດີຮ່ວມກັບຝ່າຍຈີນໃນການເພີ່ມທະວີການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ປັບປຸງຍົກລະດັບການເຊື່ອມໂຍງເຊື່ອມຈອດຮອບດ້ານກັບ ສປ ຈີນ,  ສືບຕໍ່ເພີ່ມທະວີການດຶງດູດເອົາການລົງທຶນຈາກນັກທຸລະກິດຈີນ, ຍິນດີຮັບເອົາການສົນທະນາແລກປ່ຽນເປັນເວທີເພື່ອຍາດແຍ່ງເອົາການລົງທຶນຈາກຈີນ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.