ລັດຖະມົນຕີລາວ: ປະສົບການຂອງຈີນໃນການແກ້ໄຂຄວາມທຸກຍາກແມ່ນມີມູນຄ່າການຮຽນຮູ້ສໍາລັບທຸກປະເທດ

lmcchina.org, August 19, 2021
Size:

ຜູ້ຂຽນ: ທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການ ປະທານປະເທດ ທັງເປັນປະທານຄະນະກໍາມະການຮ່ວມມືລາວ-ຈີນ 

ຕະຫຼອດໄລຍະ 100 ປີທີ່ຜ່ານມາ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ພັກກອມມູນິດຈີນກໍໄດ້ນໍາພາປະເທດຈີນສ້າງຜົນສໍາເລັດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ. ທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການ ປະທານປະເທດ ສປປ ລາວ ເຫັນວ່າ ຈີນໄດ້ໃຫ້ຄວາມຮູ້ອັນລໍ້າຄ່າແກ່ບັນດາປະເທດໃນໂລກເພື່ອຄົ້ນຄວ້າເສັ້ນທາງການພັດທະນາຂອງຕົນເອງ.

ໃນເດືອນກຸມພາ ປີນີ້, ທ່ານສີຈິ້ນຜິງ ປະທານປະເທດ ສປຈີນ ໄດ້ປະກາດຢ່າງເປັນທາງການວ່າປະເທດຈີນໄດ້ລຶບລ້າງຄວາມທຸກຍາກທີ່ສຸດຢ່າງສິ້ນເຊີງເຊິ່ງໄດ້ບັນລຸເປົ້າໝາຍທີ່ວາງໄວ້ໃນ “ວາລະ 2030 ເພື່ອການພັດທະນາແບບຍືນຍົງ” ຂອງອົງການສະຫະປະຊາຊາດກ່ອນກໍານົດ 10 ປີ. ທ່ານນາງ ຊີ້ໃຫ້ເຫັນວ່າ ການລຶບລ້າງຄວາມທຸກຍາກກໍເປັນວຽກງານຍຸດທະສາດອັນໜຶ່ງຂອງພັກປະຊາຊົນປະຕິ ວັດລາວ. ພັກກອມມູນິດຈີນ ແລະລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວຕະຫຼອດມາ ເຊິ່ງເປັນສ່ວນໜຶ່ງຂອງຂອບການຮ່ວມມືເພື່ອສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.


ໃນເດືອນມີນາ 2021, ໂຄງການທີ່ສປຈີນຊ່ວຍເຫຼືອສປປລາວໃນການກໍ່ສ້າງສິ່ງອໍານວຍຄວາມສະດວກເພື່ອແກ້ໄຂຄວາມທຸກຍາກໃນຊົນນະບົດລາວ ໄດ້ຈັດພິທີເລີ່ມດໍາເນີນງານ. ໂຄງການດັ່ງກ່າວນີ້ໄດ້ພົວພັນເຖິງ 30 ບ້ານໃນວຽງຈັນແລະແຂວງຫຼວງພະບາງ. ນີ້ແມ່ນໜຶ່ງໃນແປດໂຄງການທີ່ສຳຄັນທີ່ຈີນຊ່ວຍເຫຼືອລາວ ເຊິ່ງໄດ້ປະກາດໂດຍທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໃນລະຫວ່າງການຢ້ຽມຢາມລາວ,ຈຸດສຸມຂອງໂຄງການດັ່ງກ່າວກໍແມ່ນປັບປຸງການສຶກສາ,ສຸຂະອະນາໄມ,ການສະໜອງນໍ້າ ແລະໄຟຟ້າຢູ່ເຂດຊົນນະບົດທີ່ທຸກຍາກ. ນີ້ແມ່ນໂຄງການທີ່ດີທີ່ຈີນໄດ້ຊ່ວຍເຫຼືອລັດຖະບານລາວເພື່ອປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນແລະສົ່ງເສີມການຫຼຸດຜ່ອນຄວາມທຸກຍາກ. ໂຄງການດັ່ງກ່າວຍັງແມ່ນອີກພະຍານໜຶ່ງທີ່ຢັ້ງຢືນມິດຕະພາບອັນເລິກເຊິ່ງ ລະຫວ່າງລາວ-ຈີນ.

ການພັດທະນາຊົນນະບົດແລະການແກ້ໄຂຄວາມທຸກຍາກເປັນບູລິມະສິດຍຸດທະສາດຂອງລັດຖະບານລາວ. ລາວແລະຈີນໄດ້ແກ້ໄຂບັນຫາຄວາມທຸກຍາກໂດຍຜ່ານການອອກແບບລະດັບສູງສຸດ, ການເຮັດການສາທິດທົດລອງ, ກົນໄກການຮ່ວມມືໃນພາກພື້ນ, ເວທີສອງຝ່າຍແລະຫຼາຍຝ່າຍ ແລະອື່ນໆ, ເຊິ່ງໄດ້ຮັບໝາກຜົນອັນໂດດເດັ່ນ. ປະເທດລາວສົ່ງເສີມຮູບແບບແລະປະສົບການການແກ້ໄຂຄວາມທຸກຍາກຂອງຈີນຢ່າງຕັ້ງໜ້າ, ຮຽນນໍາຈີນກ່ຽວກັບວິທີການປັບປຸງເຕັກໂນໂລຊີການຜະລິດຂອງຊາວກະສິກອນ, ແລະສ້າງຜົນປະໂຫຍດເປັນໄລຍະຍາວ.

ໃນເດືອນພະຈິກ 2017, ໃນລະຫວ່າງການຢ້ຽມຢາມລາວ, ທ່ານສີຈິ້ນຜິງ ປະທານປະເທດສປຈີນໄດ້ກ່າວວ່າກະສິກໍາສາມາດກາຍເປັນຂົງເຂດສໍາຄັນຂອງການຮ່ວມມືລະຫວ່າງຈີນ-ລາວ. ຈີນບໍ່ພຽງແຕ່ສາມາດຊ່ວຍເຫຼືອປະເທດລາວໃນການນໍາໃຊ້ຄວາມໄດ້ປຽບທາງທໍາມະຊາດຂອງຕົນເທົ່ານັ້ນ, ແຕ່ຍັງສາມາດຊ່ວຍໃຫ້ປະຊາຊົນລາວນັບມື້ນັບຫຼາຍຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ໃນເດືອນເມສາ 2019, ຂໍ້ຄວາມ ເພີ່ມທະວີການຮ່ວມມືຢ່າງຈິງຈັງໃນຂົງເຂດທີ່ພົວພັນກັບຊີວິດການເປັນຢູ່ຂອງປະຊາຊົນແລະການຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມປະເທດລາວໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໂດຍໄວ” ໄດ້ຖືກຈົດເຂົ້າໃນ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຂອງພັກກອມມູນິດຈີນແລະພັກປະຊາຊົນປະຕິວັດລາວ”. ຝ່າຍລາວມີຄວາມເຕັມໃຈທີ່ຈະຮຽນນໍາຈີນໃນທຸກຂົງເຂດຂອງການຫຼຸດຜ່ອນຄວາມທຸກຍາກແລະສືບຕໍ່ຊຸກຍູ້ການຮ່ວມມືລົງສູ່ລວງເລິກ.