ອົງ​ການ WHO: ວັກ​ຊີນ​ສາ​ມາດ​ປ້ອງ​ກັນ​ອາ​ການ​ໜັກ​ແລະ​ການ​ເສຍ​ຊີ​ວິດ​ຍ້ອນ​ເດວ​ຕາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

CRI, August 19, 2021
Size:

ວັນທີ 18 ສິງຫານີ້, ທ່ານນາງຊຸມເມຍ ສະວາມີນາທານ ນັກວິທະຍາສາດຂອງອົງການອະນາໄມໂລກຫຼື WHO ກ່າວໃນກອງປະຊຸມຖະແຫຼງຂ່າວຂອງອົງການດັ່ງກ່າວວ່າ: ໄວຣັດໂຄວິດ-19 ກາຍພັນເດວຕາມີລັກສະນະຕິດແປດຢ່າງຮ້າຍແຮງ ໂດຍໄດ້ປາກົດມີກໍລະນີທີ່ຕິດໄວຣັດນີ້ຫຼັງໄດ້ສັກວັກຊີນແລ້ວ. ແຕ່ວັກຊີນຈະສາມາດປ້ອງກັນອາການໜັກແລະການເສຍຊີວິດຍ້ອນກາຍພັນເດວຕາຢ່າງມີປະສິດທິຜົນ.

ທ່ານນາງຊຸມເມຍ ສະວາມີນາທານ ຍັງກ່າວເນັ້ນວ່າ: ການໃສ່ຜ້າປິດປາກກໍສຳຄັນຫຼາຍ, ຜົນການຄົ້ນຄວ້າໃນຫວ່າງມໍ່ໆມານີ້ໄດ້ຊີ້ໃຫ້ເຫັນວ່າ: ຢູ່ປະເທດທີ່ມີອັດຕາການສັກວັກຊີນສູງສົມຄວນນັ້ນ, ບວກກັບການທີ່ທຸກຄົນກໍໃສ່ຜ້າປິດປາກ ຈະສາມາດຫຼຸດຜ່ອນການແຜ່ລະບາດຢູ່ເຂດຊຸມຊົນໄດ້ດີກວ່າເກົ່າ.