ມາດຕະການການປິດເມືອງບາງ​ແຫ່ງຂອງໄທໄດ້​ແກ່​ຍາວ​ເວ​ລາ​ອອກ​ໄປ​ຈົນຮອດ ວັນທີ 31 ສິງຫານີ້

CRI, August 19, 2021
Size:

ຕາມຂ່າວcri: ໃນວັນທີ 16 ສິງຫານີ້, ສູນບໍລິຫານສະຖານະການພະຍາດໂຄວິດ-19 ຂອງລັດຖະບານໄທໄດ້ອອກແຈ້ງການໂດຍລະບຸວ່າ: ເລື່ອນເວລາການປະຕິບັດມາດຕະການປິດເມືອງ, ການຫ້າມສັນຈອນໃນຍາມຄ່ຳຄືນແລະມາດຕະການອື່ນໆສຳລັບເຂດທີ່ຕ້ອງປ້ອງກັນແລະຄວບຄຸມສະພາບ ພະຍາດໃນລະດັບສູງທີ່ສຸດ 29 ແຫ່ງລວມທັງນະຄອນຫຼວງບາງກອກຈະແກ່ຍາວເວລາອອກໄປຈົນຮອດວັນທີ 31 ສິງຫານີ້.
    ແຈ້ງການຍັງລະບຸວ່າ: ມາດຕະການຈຳກັດສະຖານທີ່ດຳເນີນທຸລະກິດບາງແຫ່ງໄດ້ຮັບການໂຍະຍານກວ່າເກົ່າ, ຍົກຕົວຢ່າງສະຖານທີ່ບໍຊລິການຂອງພາກສ່ວນທະນາຄານໃນຮ້ານຂາຍເຄື່ອງສາມາດຟື້ນຟູການບໍລິການແລະອື່ນໆ. ນອກ ນີ້, ໃຫ້ສືບຕໍ່ຍົກລະດັບມາດຕະການປ້ອງກັນແລະຄວບຄຸມຂອງບາງພາກສ່ວນ, ເຊັ່ນ: ເພີ່ມທະວີການກວດຫາໄວຣັດໂຄວິດ-19, ໂຄສະນາຮູບແບບການປິ່ນປົວ ຢູ່ໃນເຮືອນຕົນເອງແລະຄຸ້ມເຮືອນຢູ່.
    ສູນບໍລິຫານສະຖານະການພະຍາດໂຄວິດ-19 ກ່າວເນັ້ນວ່າ, ຢູ່ເຂດນະຄອນ ຫຼວງບາງກອກອັດຕາການສັກວັກຊີນພະຍາດໂຄວິດ-19 ຂອງກຸ່ມຄົນທີ່ມີອາຍຸສູງ, ແມ່ມານ, ຜູ້ເປັນພະຍາດຊຳເຮື້ອແລະກຸ່ມຄົນທີ່ມີຄວາມສ່ຽງສູງກຸ່ມອື່ນໆຕ້ອງໃຫ້ ບັນລຸ 80% ໂດຍໄວ, ຢູ່ຕ່າງແຂວງຕ້ອງໃຫ້ບັນລຸ 50% ຫາ 70% ໂດຍໄວ.