ສູນຂ່າວງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2021 ເປີດໃຫ້ລົງທະບຽນເລີ່ມແຕ່ວັນທີ 2 ສິງຫານີ້

CRI, August 18, 2021
Size:

ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2021 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນວັນທີ 2 ກັນຍາໜ້ານີ້. ຕາມແຜນການຂອງຄະນະກຳມະການຈັດງານດັ່ງກ່າວ, ລະບົບລົງທະບຽນເພື່ອເຂົ້າຮ່ວມງານສຳລັບສື່ມວນຊົນຈະເປີດບໍລິການແຕ່ວັນທີ 2 ຫາວັນທີ 15 ສິງຫານີ້.

ສື່ມວນຊົນຕ່າງໆສາມາດເຂົ້າເບິ່ງເວັບໄຊທາງການຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2021 ຄື www.ciftis.org ເພື່ອລົງທະບຽນ.

ໂດຍພິຈາລະນາເຖິງວຽກງານປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2021 ຕົ້ນຕໍແມ່ນເຊື້ອເຊີນນັກຂ່າວຈີນ, ນັກຂ່າວຕ່າງປະເທດ, ນັກຂ່າວຮົງກົງ, ນັກຂ່າວມາກາວ ແລະນັກຂ່າວໄຕ້ຫວັນທີ່ເຮັດວຽກປະຈຳຢູ່ແຜ່ນດິນໃຫຍ່ຈີນ ເພື່ອລາຍງານຂ່າວ.