ວຽກ​ງານ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ໄວ​ຣັດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ຕ້ອງ​ໃຫ້​ WHO ນຳ​ພາ

CRI, August 18, 2021
Size:

ຕາມຂ່າວ CRI: ໂດຍແນໃສ່ຖະແຫຼງການກ່ຽວກັບບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງໄວຣັດໂຄວິດ-19 ໃນໄລຍະຕໍ່ໜ້າທີ່ເຜີຍແຜ່ໂດຍກອງເລຂາຂອງອົງການອະນາໄມໂລກຫຼື WHO ໃນຫວ່າງກ່ອນນີ້ບໍ່ດົນ, ທ່ານນາງຮວ້າ ຊຸ່ນ ຢີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຂ່າວໃນວັນທີ 16 ສິງຫານີ້ວ່າ, ວຽກງານການສຳຫຼວດຫາແຫຼ່ງກຳເນີດໃນຂອບເຂດທົ່ວໂລກມີຄວາມສຳຄັນທີ່ສຸດ, ໃນໄລຍະຕໍ່ໜ້າຕ້ອງໃຫ້ປະເທດສະມາຊິກຂອງ WHO ນຳພາ. 

ຕາມການລາຍງານວ່າ: ກອງເລຂາຂອງ WHO ໄດ້ອອກຖະແຫຼງການໃນວັນທີ 12 ສິງຫານີ້, ໂດຍໄດ້ກ່າວເນັ້ນວ່າວຽກງານການສຳຫຼວດຫາແຫຼ່ງກຳເນີດຂອງໄວຣັດໂຄວິດ-19 ໃນໄລຍະຕໍ່ໜ້າຄວນຄັ້ງຢູ່ບົນພື້ນຖານຜົນການຄົ້ນຄວ້າໃນໄລຍະທີໜຶ່ງ. ປະຕິບັດຕາມຂໍ້ສະເໜີໃນບົດລາຍງານຜົນການຄົ້ນຄວ້າຮ່ວມລະຫວ່າງຈີນ-WHO , ໃນຖະແຫຼງການດັ່ງກ່າວຍັງເຫັນວ່າ, ການສຳຫຼວດຫາແຫຼ່ງກຳເນີດຂອງໄວຣັດໂຄວິດ-19 ສາຍພັນໃໝ່ຄວນອີງຕາມຫຼັກວິທະຍາສາດ, ບໍ່ຄວນກາຍເປັນເຄື່ອງມືໃນການຕຳໜິແລະການສູ້ຕໍ່ກັນດ້ານການເມືອງ.

ກ່ຽວກັບເລື່ອງນີ້, ທ່ານນາງຮວ້າ ຊຸ່ນ ຢີງກ່າວວ່າ, ອົງການ WHO ແມ່ນນຳພາໂດຍປະເທດສະມາຊິກ, ກອງເລຂາຄວນປຶກສາຫາລືຢ່າງເຕັມທີ່ກັບປະເທດສະມາຊິກກ່ຽວກັບແຜນການວຽກງານໃນການສຳຫຼວດຫາແຫຼ່ງກຳເນີດຂອງໄວຣັດໃນໂລກແລະກົນໄກປະຕິບັດງານຕາມຫຼັງ, ຕັ້ງໜ້າປະຕິບັດຕາມມະຕິຕົກລົງທີ່ກ່ຽວຂ້ອງຂອງກອງປະຊຸມໃຫຍ່ WHO , ເຄົາລົບຄວາມເຫັນຂອງປະເທດສະມາຊິກ, ສຳລັບແຜນການສຳຫຼວດຫາແຫຼ່ງກຳເນີດຂອງໄວຣັດຢູ່ປະເທດໃດໜຶ່ງຍິ່ງຄວນປຶກສາຫາລືກັບປະເທດນັ້ນ, ແລ້ວດຳເນີນການຮ່ວມມືຢ່າງມີປະສິດທິຜົນບົນພື້ນຖານດັ່ງກ່າວ.