ໂຮງ​ງານ​ປຸງ​ແຕ່ງ​ຊີ້​ນ​ໄກ່​ສອງ​ແຫ່ງ​ຢູ່​​ແຂວງ​ນ​ະ​ຄອນ​ລາ​ຊະ​ສີ​ມາ​ມີ 460 ກວ່າ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

CRI, August 17, 2021
Size:

ວັນທີ 13 ສິງຫານີ້, ສື່ມວນຊົນໄທໄດ້ລາຍງານວ່າ: ຢູ່ໂຮງງານປຸງແຕ່ງຊີ້ນໄກ່ສອງແຫ່ງ ທີ່ມີແຮງງານ 15.000 ຄົນຢູ່ແຂວງນະຄອນລາຊະສີມາຂອງໄທ, ມີ 460 ກວ່າຄົນໄດ້ຕິດເຊື້ອພະຍາດໂຄວິດ-19. ພາກສ່ວນປ້ອງກັນພະຍາດໄດ້ປິດໂຮງງານສອງແຫ່ງດັ່ງກ່າວ ແລະຫ້າມບໍ່ໃຫ້ຄົນອອກນອກ ເພື່ອຫຼຸດຄວາມອາດເປັນໄປໄດ້ທີ່ຈະມີເຊື້ອພະຍາດໂຄວິດ-19 ຈະແຜ່ລະບາດເປັນວົງກວ້າງໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້, ພ້ອມກັນນັ້ນ ຍັງໄດ້ເພີ່ມທະວີການກວດຫາເຊື້ອພະຍາດຕໍ່ຜູ້ທີ່ຢູ່ໃນເຂດທີ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດ.

ໂຮງງານທີ່ມີແຮງງານຕ່າງປະເທດໂຮມສຸນແມ່ນບ່ອນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຫຼວງຫຼາຍຢູ່ໄທ, ຍ້ອນໂຮງງານຈຳນວນຫຼວງຫຼາຍປະກົດມີການຕິດເຊື້ອເປັນກຸ່ມ ຈຶ່ງເຮັດໃຫ້ໂຮງງານຕ້ອງໄດ້ຢຸດການເຮັດວຽກ ເຊິ່ງໄດ້ສ້າງຜົນກະທົບໃຫ້ແກ່ການສະໜອງຂອງຕະຫຼາດເຄື່ອງບໍລິໂພກຈຳນວນໜຶ່ງ. ນອກນີ້, ບໍລິສັດການຈໍລະຈອນສິນຄ້າກໍມີພະນັກງານຈຳນວນຫຼວງຫຼາຍໄດ້ຕິດເຊື້ອພະຍາດ ເຊິ່ງໄດ້ກະທົບເຖິງການຂົນສົ່ງສິນຄ້າ, ເຮັດໃຫ້ບໍລິສັດບໍ່ສາມາດສະໜອງສິນຄ້າໃຫ້ກັບສູນຄ້າ, ຊຸບເປີມາເກັດ ແລະ ຮ້ານຂາຍເຄື່ອງຍ່ອຍຢ່າງເປັນປົກກະຕິ.