ລັດ​ຖະ​ບານ​ໄທ​ຄາດ​ຄະ​ເນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ໃນ​ເດືອນ​ໜ້າ​ອາດ​ຈະ​ມີ​ເຖິງ 4,5 ໝື່ນ​ກໍ​ລະ​ນີ

CRI, August 17, 2021
Size:

ວັນທີ 13 ສິງຫານີ້, ໂຄສົກສູນຄຸ້ມຄອງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທກ່າວວ່າ: ຖ້າສືບຕໍ່ປະຕິບັດມາດຕະການປິດເມືອງແລະຫ້າມສັນຈອນໃນຍາມກາງຄືນໃນປັດຈຸບັນ, ຄາດວ່າຮອດທ້າຍເດືອນສິງຫາຫາຕົ້ນເດືອນກັນຍາໜ້ານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຢູ່ໄທອາດຈະມີເຖິງ 4,5 ໝື່ນກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດເພີ່ມໃໝ່ຕໍ່ມື້ອາດຈະມີເຖິງ 500 ຄົນ, ແຕ່ຖ້າວ່າຍົກເລີກມາດຕະການປິດເມືອງ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດເພີ່ມໃໝ່ຈະມີເຖິງ 6-7 ໝື່ນກໍລະນີ, ຈຳນວນຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຈະຫຼາຍກວ່າ 800 ຄົນ.
    ນອກນີ້, ຕາມກະຊວງສາທາລະນະສຸກໄທຄາດຄະເນວ່າ: ແຕ່ເດືອນທັນວາປີ 2020 ຫາເດືອນສິງຫາປີນີ້, ໃນຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ລວມທັງໝົດ 7 ພັນກວ່າຄົນຂອງໄທ, ຜູ້ອາຍຸສູງແລະຜູ້ເປັນພະຍາດຊຳເຮື້ອກວມສ່ວນໃຫຍ່, ເຂົາເຈົ້າສ່ວນຫຼາຍບໍ່ໄດ້ສັກວັກຊີນໂຄວິດ-19. ສະນັ້ນ, ກະຊວງສາທາລະນະສຸກໄທໄດ້ຮຽກຮ້ອງໃຫ້ປະຊາຊົນຂ້ຽວພາຄອບຄົວຂອງຕົນທີ່ເປັນຜູ້ເຖົ້າ,ແມ່ມານແລະຜູ້ເປັນພະຍາດຊຳເຮື້ອໄປສັກວັກຊີນໂຄວິດ-19,ເພື່ອຫຼຸດອັດຕາການໃຊ້ຕຽງຄົນເຈັບອາການໜັກໃຫ້ໜ້ອຍລົງແລະຫຼຸດອັດຕາການເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໃຫ້ໜ້ອຍລົງຢ່າງມີປະສິດທິຜົນ.