ບິນໄປທີ່ແຢນອານກັບພວກເຮົາ (Yan'an) : ການຝຶກສັງຄົມລະດູຮ້ອນຂອງມະຫາວິທະຍາໄລຊຽງໄຮ

CRI, August 16, 2021
Size:

ນັກສຶກສາຕ່າງປະເທດ ແລະ ຈີນຈາກມະຫາວິທະຍາໄລຊຽງໄຮໄດ້ໄປທ່ຽວຊົມເມືອງ ແຢນອານ (Yan'an), ແຂວງ ຊານຊີ່ (Shanxi), ປະເທດຈີນ. ພາຍໃຕ້ຫົວຂໍ້ “ການຝຶກສັງຄົມລະດູຮ້ອນ ຂອງມະຫາວິທະຍາໄລຊຽງໄຮ້.

ການທັດສະນະສຶກສາຄັ້ງນີ້, ນັກສຶກສາໄດ້ໄປທ່ຽວຊົມສະຖານທີ່ສໍາຄັນຕ່າງໆທາງປະຫວັດ ສາດຂອງພັກກອມມູນິດຈີນ (CPC) ໂດຍສະເພາະແມ່ນສະຖານທີ່ພັກອາໄສຂອງຜູ້ນໍາຈີນ. ການຢ້ຽມ ຢາມ ສະຖານດັ່ງກ່າວເຮັດໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດຂອງພັກກອມມູນິດຈີນ ແລະແນວທາງໃນການຕໍ່ສູ້ກັບຄວາມທຸກຍາກ.ນັກສຶກສາຍັງໄດ້ໄປທ່ຽວຊົມພິພິທະພັນອະນຸສອນປະຕິວັດ ແຢນອານ, ເຊິ່ງເປັນອະນຸສອນແຫ່ງການປະຕິວັດທໍາອິດຂອງຈີນ ຫຼັງຈາກການກໍ່ຕັ້ງພັກກອມມູນິດ ຈີນໃນປີ 1921. ພາຍໃນສະຖານທີ່ແຫ່ງນີ້ໄດ້ເປີດງານວາງສະແດງວັດທະນະທຳຂອງການປະຕິວັດ ແລະຄວາມເປັນຈິດວິນຍານຂອງແຢນອານ.

图片默认标题_fororder_2

ພິພິທະພັນອະນຸສອນສະຖານແຫ່ງການປະຕິວັດ ແຢນອານ (Yan'an)

“ເປັນຄັ້ງທໍາອິດທີ່ຂ້ອຍໄດ້ໄປທ່ຽວຊົມດິນແດນທີ່ສວຍງາມ ແລະ ສໍາຜັດກັບຄວາມຫຼາກຫຼາຍທາງ ດ້ານວັດທະນະທໍາທີ່ຂ້ອຍບໍ່ເຄີຍເຫັນມາກ່ອນ.ນອກຈາກຄວາມງາມແລະຄວາມເປັນເອກະລັກຂອງສະ ຖານທີ່ທີ່ຂ້ອຍໄດ້ໄປທ່ຽວຊົມແລ້ວ. ຂ້ອຍປະທັບໃຈຫຼາຍກັບເດັກຍິງອາຍຸ 7 ປີຈາກໂຮງຮຽນປະຖົມເປີຍ ກັວນ (Beiguan primary school), ເຊີ່ງລາວໄດ້ເວົ້າກ່ຽວກັບຜູ້ນໍາຈີນທ່ານ ເໝົາ ເຈີຕົງ (Mao Zedong). ຂ້ອຍບໍ່ຢາກເຊື່ອເລີຍວ່າລາວຢູ່ໃນຊັ້ນປະຖົມສຶກສາປີທີໜຶ່ງເທົ່ານັ້ນ, ແຕ່ລາວເລົ່າເລື່ອງກ່ຽວກັບເໝົາ ເຈີຕົງໄດ້ທັງໝົດ. ລາວເປັນຕົວຢ່າງທີ່ດີໃນການຖ່າຍທອດປະຫວັດສາດຂອງຈີນ. ປະຈຸບັນ ນີ້ ເລື່ອງລາວກ່ຽວກັບ ແຢນອານ ໄດ້ຖືກສົ່ງຕໍ່ໄປຍັງຄົນຮຸ່ນໝຸ່ມ” ເພັດສະໝອນພົມມຸນີນັກສຶກສາ ປະລິນຍາໂທຈາກປະເທດລາວ.

图片默认标题_fororder_1

ເພັດສະໝອນ ພົມມຸນີ ນັກສຶກສາປະລິນຍາໂທ ຈາກ ປະເທດລາວ.

“ເຫັນ ແຢນອານ ໃນວັນນີ້, ບໍ່ຮູ້ເລີຍວ່າໃນເມື່ອກ່ອນເມືອງນີ້ເຄີຍໄດ້ຮັບຄວາມເຈັບປວດຫຼາຍຢ່າງ, ເພາະວ່າເປັນສະຖານທີ່ສະຫງົບ; ສວຍງາມ ແລະ ເຕັມໄປດ້ວຍສະຖານທີ່ ທີ່ກ່ຽວຂ້ອງກັບການ ປະຕິວັດຂອງຈີນຫຼາຍກ່ວາ 300 ແຫ່ງໃນປະຈຸບັນ. ການໄປທັດສະນະສຶກສາຄັ້ງນີ້,ຂ້ອຍຮູ້ສຶກວ່າ ມັນເປັນປະສົບການການທ່ອງທ່ຽວທີ່ມີຄຸນຄ່າຫຼາຍສໍາລັບຂ້ອຍ. ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບປະ ຫັວດສາດ ແລະ ວັດທະນະທໍາຈີນ. ຂ້ອຍບໍ່ຢາກເຊື່ອເລີຍວ່າຕອນນີ້ຂ້ອຍຫຼົງໄຫຼການທ່ອງທ່ຽວທາງ ປະຫວັດສາດຂອງຈີນແລ້ວ.” Petrenko Liubov, ນັກສຶກສາປະລິນຍາໂທຈາກປະເທດຢູເຄຣນ.

图片默认标题_fororder_4

Petrenko Liubov, ນັກສຶກສາປະລິນຍາໂທຈາກປະເທດຢູເຄຣນ.

“ມັນເປັນສິ່ງທີ່ປະທັບໃຈຫຼາຍ ເມື່ອຂ້ອຍໄດ້ເຫັນຍົນບິນລົງຈອດຢູ່ສະໜາມບິນ ທີ່ສ້າງຢູ່ເທິງພູ ດ້ວຍທິວທັດທີ່ໜ້າອັດສະຈັນ. ຂ້ອຍໂຊກດີຫຼາຍທີ່ໄດ້ໄປທັດສະນະສຶກສາຄັ້ງນີ້ນໍາໂຮງຮຽນ ເຊິ່ງມັນ ຊ່ວຍໃຫ້ຂ້ອຍຮູ້ວິຖີການດໍາຊີວິດ ແລະ ວັດທະນະທໍາຈີນຫຼາຍຂື້ນ. ປະສົບການທີ່ດີທີ່ສຸດຂອງຂ້ອຍຢູ່ ແຢນອານ ແມ່ນເວລາທີ່ຂ້ອຍໄດ້ຢູ່ກັບເດັກນ້ອຍຢູ່ໂຮງຮຽນປະຖົມເປີຍກັວນ (Beiguan primary school), ຂ້ອຍໄດ້ແບ່ງປັນຮູບພາບຈາກປະເທດຂອງຂ້ອຍໃຫ້ກັບເຂົາເຈົ້າ. ແລະ ຂ້ອຍຍັງໄດ້ ສອນເຂົ້າເຈົ້າເຕັ້ນລໍາໃນຈັງຫວະແບບປະເທດຂອງຂ້ອຍ,” EL HADJI MAMADOU BITEYE ນັກສຶກສາປະລິນຍາຕີຈາກປະເທດເຊເນກາ.

图片默认标题_fororder_3

EL HADJI MAMADOU BITEYE ນັກສຶກສາປະລິນຍາຕີຈາກປະເທດເຊເນກາ.

“ແຢນອານ ເປັນດິນແດນປະຫວັດສາດຂອງພັກກອມມູນິດຈີນ ແລະ ເປັນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງຈີນ. ຂ້ອຍປະທັບໃຈຫຼາຍເມື່ອໄດ້ໄປທ່ຽວຊົມ ຫໍພິພິທະພັນອະນຸສອນສະຖານ ແຫ່ງການປະຕິວັດ ແຢນອານ ເຮັດໄຫ້ຂ້ອຍຮູ້ຄວາມເປັນມາຂອງ Yan'an ຫຼາຍຂື້ນ.ການເດີນທາງຄັ້ງ ນີ້ເຮັດໃຫ້ຂ້ອຍຮູ້ສະຖານທີ່ທ່ອງທ່ຽວທາງປະຫັວດສາດຫຼາຍແຫ່ງທີ່ຫຼາຍຄົນບໍ່ຮູ້ ແລະ ມັນເປັນ ການເດີນທາງທີ່ໜ້າອັດສະຈັນ. ຖ້າມີໂອກາດຂ້ອຍຈະພາໝູ່ເພື່ອນຂອງຂ້ອຍມາ ແຢນອານເພື່ອຮຽນຮູ້ ປະຫວັດສາດຈີນ,” HAITMAHMATOVA NODIRA, ນັກສຶກສາປະລິນຍາໂທຈາກປະ ເທດຕາກິຊິສະຖານ.

图片默认标题_fororder_6

HAITMAHMATOVA NODIRA, ນັກສຶກສາປະລິນຍາໂທຈາກ ປະເທດຕາກິຊິສະຖານ.

"ຂ້ອຍມາຈາກປະເທດການາ, ກ່ອນໄປຢ້ຽມຢາມ Yan'an, ຂ້ອຍຮູ້ພຽງເລັກນ້ອຍກ່ຽວກັບ ແຢນອານ ແລະ ຮາກຖານຂອງພັກຄອມມູນິດຈີນ. ການເດີນທາງຄັ້ງນີ້ໄດ້ໃຫ້ຄວາມຮູ້ ແລະ ໄດ້ຮັບຮູ້ ກະຈ່າງແຈ້ງແກ່ຂ້ອຍທີ່ໄດ້ເຫັນ ແລະ ໄດ້ສໍາຜັດເຖິງ ສີ່ງທີ່ຜູ້ນໍາກໍ່ຕັ້ງພັກຄອມມູນິດຈີນໄດ້ເຮັດເພື່ອ ປະເທດ ແລະ ປະຊາຊົນ. Yan'an ໃນວັນນີ້ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການເສຍສະຫຼະ ຂອງຜູ້ນໍາໃນຄາວນັ້ນ ແລະ ທັງເປັນການສົ່ງສຽງບອກປະຊາຊົນຈີນ ແລະໂລກພາຍນອກຮູ້ກ່ຽວກັບ ການນໍາພາຂອງພັກຄອມມູນິດຈີນ ແລະການບັນລຸການພັດທະນາຂອງຈີນ," Augustina Bansah, ນັກສຶກສາປະລິນຍາໂທຈາກປະເທດການາ.

图片默认标题_fororder_5

Augustina Bansah, ນັກສຶກສາປະລິນຍາໂທຈາກປະເທດການາ.

“ມັນບໍ່ແປກໃຈເລີຍສຳລັບຂ້ອຍ ທີ່ຈີນກາຍເປັນປະເທດເຂັ້ມແຂງໃນໂລກ. ການໄປທັດສະນະສຶກ ສາຄັ້ງນີ້ ຊ່ວຍໃຫ້ຂ້ອຍເຂົ້າໃຈປະຫວັດສາດຂອງຈີນຢ່າງເລີກເຊິ່ງໃນໄລຍະ 100 ປີຜ່ານມາ. ສິ່ງທີ່ເຮັດໃຫ້ຂ້ອຍປະທັບໃຈຫຼາຍທີ່ສຸດແມ່ນການທ່ຽວຊົມຫໍພິພິທະພັນອະນຸສອນສະຖານແຫ່ງການປະຕິວັດ ແຢນອານ. ເຊີ່ງເປັນສະຖານທີ່ຈັດງານວາງສະແດງຂອງຜູ້ນໍາຈີນທີ່ໄດ້ເສຍສະຫຼະຊີວິດເພື່ອປະ ເທດຊາດ ແລະ ເພື່ອປະຊາຊົນ. ຂ້ອຍຫວັງວ່າໃນອະນາຄົດ, ຊາວຕ່າງຊາດທຸກຄົນຈະມີໂອກາດ ໄປຢ້ຽມຢາມແຢນອານ ແລະ ສະຖານທີ່ທ່ອງທຽວທາງປະວັດສາດແຫ່ງນີ້,” UMARALIEV OTABEK, ນັກສຶກສາປະລິນຍາຕີຈາກປະເທດອຸສເບກິສະຖານ.

图片默认标题_fororder_7

UMARALIEV OTABEK, ນັກສຶກສາປະລິນຍາຕີຈາກປະເທດອຸສເບກີສະຖານ

ຂຽນໂດຍ : ນາງ ເພັດສະໜອນ  ພົມມຸນີ