ວິສາຫະກິດຈີນລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າແບບຂັ້ນໄດຕາມສາຍນ້ຳອູຢູ່ລາວ, ເອົາໃຈໃສ່ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ

lmcchina.org, August 13, 2021
Size:

ບ້ານຫາດຂາມແມ່ນບ້ານນ້ອຍທີ່ຕັ້ງຢູ່ແຄມນ້ຳອູ, ເມືອງງອຍ ແຂວງຫຼວງພະບາງ ສປປ ລາວ. ໂຄງການເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດຕາມສາຍນ້ຳອູ ທີ່ລົງທຶນ ແລະ ກໍ່ສ້າງໂດຍກຸ່ມບໍລິສັດພາວເວີໄຊນາ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວມີການປ່ຽນແປງຢ່າງໃຫຍ່ຫຼວງ. 3 ປີກ່ອນນີ້, ປະຊາຊົນໃນບ້ານດັ່ງກ່າວ ໄດ້ຍົກຍ້າຍໄປບ້ານຈັດສັນໃໝ່ທີ່ວິສາຫະກິດຈີນວາງແຜນ, ເລືອກທີ່ຕັ້ງ ແລະ ກໍ່ສ້າງຂຶ້ນຕາມມາດຕະຖານສູງ. ທ້າວ ໄຊດີ ຊາວບ້ານຜູ້ໜຶ່ງຂອງບ້ານດັ່ງກ່າວໄດ້ກ່າວວ່າ “ເຮືອນເສົາໄມ້ ແລະ ເຮືອນຕູບທີ່ປຽກຊຸ່ມໃນແຕ່ກ່ອນໄດ້ກາຍເປັນເຮືອນຮ້ານສອງຊັ້ນທີ່ສວຍງາມໃນມື້ນີ້, ທາງພູທີ່ທຸລະກັນດານໄດ້ຖືກສ້າງເປັນເສັ້ນທາງຢາງທີ່ກວ້າງຂວາງ, ນອກຈາກນີ້ແລ້ວ ຍັງໄດ້ສ້າງໂຮງຮຽນຫຼັງໃຫຍ່ທີ່ແຈ້ງສະຫວ່າງ, ມີຫ້ອງການບ້ານທີ່ໃໝ່ອ່ຽມ ແລະມີສຸກສາລາທີ່ມີຢາປິ່ນປົວພະຍາດຄົບຊຸດ; ທົ່ວບ້ານມີນໍ້າປະປາສໍາລັບໃຊ້ໃນຊີວິດປະຈໍາວັນ, ໄດ້ເຊື່ອມຕໍ່ເຄືອຂ່າຍໄຟຟ້າ, ມີເສັ້ນທາງເຂົ້າຫາບ້ານ ແລະ ມີສັນຍານໂທລະສັບ.” ເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດຕາມສາຍນ້ຳອູແມ່ນໂຄງການທຳອິດທີ່ວິສາຫະກິດຈີນໄດ້ລົງທຶນ ແລະ ພັດທະນາຢູ່ຕ່າງປະເທດໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນຄືນໃຫ້ລັດຖະບານ (BOT) ທີ່ມີການວາງແຜນລວມໃນພື້ນທີ່ທົ່ວເຂດລ້ອງນ້ຳອູ. ໂຄງສ້າງຫຼັກໄດ້ເລີ່ມລົງມືກໍ່ສ້າງໃນເດືອນຕຸລາ 2012 ແລະ ຕາມແຜນການຈະສຳເລັດການກໍ່ສ້າງເຂື່ອນໄຟຟ້າຢູ່ທົ່ວເຂດລ້ອງນ້ຳອູໃນປີ 2021 ແລະ ກ້າວເຂົ້າສູ່ໄລຍະທີ່ທຸກເຂື່ອນໄຟຟ້າຢູ່ຕາມລຳນ້ຳອູສາມາດຜະລິດ ແລະ ສະໜອງໄຟຟ້າຮ່ວມກັນ.

ນັບແຕ່ເລີ່ມດຳເນີນໂຄງການດັ່ງກ່າວ, ສອງຝ່າຍ ຈີນ-ລາວ ໄດ້ຮ່ວມມືກັນວາງແຜນ ແລະ ອອກແບບການກໍ່ສ້າງບ້ານຈັດສັນໃໝ່ 30 ບ້ານ ທີ່ປະກອບດ້ວຍ 2.161 ຫຼັງຄາເຮືອນ ແລະ ປະຊາຊົນ 11.142 ຄົນ, ເຊິ່ງມີການປັບປຸງແລະກໍ່ສ້າງທາງຫຼວງ 500 ກວ່າກິໂລແມັດ ແລະ ກໍ່ສ້າງຂົວປະເພດຕ່າງໆເຖິງ 20 ກວ່າແຫ່ງ. ທ່ານ ຫວັງເພີງ (Wang Peng), ຜູ້ຮັບຜິດຊອບວຽກງານຍົກຍ້າຍຈັດສັນປະຊາຊົນຂອງໂຄງການເຂື່ອນໄຟຟ້ານ້ຳອູຂອງກຸ່ມບໍລິສັດພາວເວີໄຊນາໄດ້ກ່າວວ່າ “ພວກຂ້າພະເຈົ້າຮັບປະກັນຈະສຳເລັດການຍົກຍ້າຍປະຊາຊົນທັງໝົດທີ່ຖືກຜົນກະທົບຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າ ແລະ ການກັກເກັບນ້ຳຂອງເຂື່ອນໄຟຟ້າ, ພ້ອມທັງຮັບປະກັນໃຫ້ປະຊາຊົນສາມາດທຳມາຫາກິນໄດ້ເປັນໄລຍະຍາວ ແລະ ຮັບປະກັນບໍ່ໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນຫຼຸດລົງ.

ພາຍຫຼັງສຳເລັດການກໍ່ສ້າງບ້ານຈັດສັນໃໝ່ ບ້ານຫາດຂາມ, ໜ່ວຍງານທີ່ປະກອບດ້ວຍພະນັກງານຈາກວິສາຫະກິດຈີນ ແລະ ອຳນາດການປົກຄອງທ້ອງຖິ່ນ ສປປ ລາວ ໄດ້ມາເກັບກຳຂໍ້ມູນຢູ່ບ້ານດັ່ງກ່າວ ເພື່ອຮັບຟັງຄຳຄິດເຫັນ ແລະ ຂໍ້ສະເໜີຂອງປະຊາຊົນ ກ່ຽວກັບການຜະລິດ ແລະ ການດຳລົງຊີວິດຂອງພວກເຂົາເຈົ້າ. ຍ້ອນວ່າຢູ່ແຄມຝັ່ງນໍ້າອູມີສິ່ງແວດລ້ອມທຳມະຊາດທີ່ດີ, ປະຊາຊົນຂອງບ້ານ ຈຳນວນ 80% ຂຶ້ນໄປເລືອກລ້ຽງງົວ. ໃນຕົ້ນປີນີ້, ໂດຍໄດ້ຮັບການຊ່ວຍເຫຼືອຂອງວິສາຫະກິດຈີນ, ອຳນາດການປົກຄອງທ້ອງຖິ່ນດັ່ງກ່າວໄດ້ມອບງົວ 100 ກວ່າໂຕໃຫ້ແກ່ບ້ານຈັດສັນໃໝ່ບ້ານຫາດຂາມ. ມາຮອດເດືອນມິຖຸນາ ປີນີ້, ປະຊາຊົນເກືອບ 500 ຫຼັງຄາເຮືອນຈາກ 8 ບ້ານຈັດສັນໃໝ່ ໄດ້ຮັບເອົາງົວລວມທັງໝົດ ຈຳນວນພັນໂຕ ແລະ ບາງຄອບຄົວຍັງມີງົວນ້ອຍເພີ່ມອີກ. ທ້າວ ໄຊດີ ກ່າວວ່າ “ງົວລ້ຽງນັ້ນ ຈໍານວນໜຶ່ງສາມາດເອົາໄປຂາຍເພື່ອແລກເອົາເງິນ, ຈໍານວນໜຶ່ງສາມາດໃຊ້ເຂົ້າໃນການໄຖນາ ເຊິ່ງສາມາດຮັບປະກັນໃຫ້ແກ່ການທຳມາຫາກິນຂອງປະຊາຊົນໃນບ້ານຈັດສັນໃໝ່.”