ປົກປ້ອງການປະມົງຂ້າມຊາຍແດນຈີນ-ລາວ, ປົກປັກຮັກສາຄວາມປອດໄພດ້ານລະບົບນິເວດ ແລະ ຊັບພະຍາກອນນ້ຳຢູ່ຕາມລຳແມ່ນ້ຳສາກົນ

lmcchina.org, August 13, 2021
Size:

ໃນແມ່ນ້ຳທີ່ໃສສະອາດເຫັນເຖິງພື້ນນັ້ນ ມີປາຊະນິດຕ່າງໆຈໍານວນຫຼວງຫຼາຍກຳລັງລອຍໄປລອຍມາຢ່າງມ່ວນຊື່ນ ເຊິ່ງເປັນພາບວິວທີ່ນັກຂ່າວຜູ້ໜຶ່ງໄດ້ພົບເຫັນຢູ່ຕາມລຳນ້ຳ ໃນເວລາດຳເນີນການສຳພາດຢູ່ບ້ານມ້ານເໝີງ, ເມືອງຫຼ້າ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າລື້ສິບສອງພັນນາ ໃນມໍ່ໆມານີ້.

ນ້ຳເໝີງຢວນ ແມ່ນໜຶ່ງໃນບັນດາສາຂາຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ການປົກປັກຮັກສານ້ຳເໝີງຢວນສະທ້ອນໃຫ້ເຫັນເຖິງການປົກປັັກຮັກສາຊັບພະຍາກອນນ້ຳ ແລະ ຊັບພະຍາກອນການປະມົງຢູ່ເຂດສິບສອງພັນນາ. ສິບກວ່າປີທີ່ຜ່ານມານີ້, ກິ່ງແຂວງສິບສອງພັນນາໄດ້ຮ່ວມມືກັບບັນດາແຂວງພາກເໜືອຂອງປະເທດລາວ ເພື່ອດຳເນີນວຽກງານການປົກປັກຮັກສາການປະມົງຂ້າມຊາຍແດນ.

ໃນວັນທີ 11 ມິຖຸນາ 2015, ຂະແໜງການກະສິກຳຂອງກິ່ງແຂວງສິບສອງພັນນາ ສປ ຈີນ ແລະ ແຂວງຫຼວງນ້ຳທາ ສປປ ລາວໄດ້ລົງນາມ ໃນສັນຍາຂອບການຮ່ວມມືດ້ານການປົກປັກຮັກສາຊັບພະຍາກອນການປະມົງ ຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ເປັນການຂຽນໜ້າປະຫວັດສາດໃໝ່ໃນການປົກປັກຮັກສາຊັບພະຍາກອນການປະມົງຂ້າມຊາຍແດນຢູ່ຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ສັນຍາດັ່ງກ່າວໄດ້ລະບຸວ່າ ສອງປະເທດ ຈີນ-ລາວ ຈະແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງ, ດຳເນີນການບັງຄັບໃຊ້ກົດໝາຍຮ່ວມກັນ, ການປ່ອຍປາຂະຫຍາຍພັນ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ແລະ ກິດຈະກຳອື່ນໆເປັນຕົ້ນ. ວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາຢູ່ຕາມສາຍນໍ້າທາ ແຂວງຫຼວງນ້ຳທາ ເຊິ່ງພາຍຫຼັງໄດ້ເຊັນສັນຍາດັ່ງກ່າວ, ໃນແຕ່ລະປີ ຂະແໜງການກະສິກຳຂອງກິ່ງແຂວງສິບສອງພັນນາໄດ້ສົ່ງພະນັກງານໄປແຂວງຫຼວງນ້ຳທາ ສປປ ລາວ ເພື່ອຈັດກິດຈະກຳສະຫຼອງວັນປ່ອຍປາຮ່ວມກັບພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງຫຼວງນ້ຳທາ, ເຊິ່ງໄດ້ມອບແນວພັນປາພື້ນເມືອງ ຈຳນວນ 275.000 ໂຕໃຫ້ແກ່ແຂວງຫຼວງນ້ຳທາ ເພື່ອເອົາປາໄປປ່ອຍ ແລະ ຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ.

“ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ LMC ໃນວັນທີ 12 ພະຈິກ 2015, ເປັນຄັ້ງທຳອິດທີ່ໄດ້ຈັດການຮ່ວມມືດ້ານຊັບພະຍາກອນນ້ຳ ເຂົ້າໃນ 5 ຂົງເຂດບູລິມະສິດໃນການຮ່ວມມືໄລຍະຕົ້ນຂອງການຮ່ວມມື LM” ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານ ສີເວີນລົງ (Qi Wenlong) , ຫົວໜ້າສະຖານີຜະລິດຕະພັນໃນນໍ້າ ກິ່ງແຂວງສິບສອງພັນນາ ໄດ້ກ່າວວ່າ ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຂອງພະແນກຊົນນະບົດ-ກະສິກໍາແຂວງແລະຫ້ອງການຄຸ້ມຄອງແລະຕິດຕາມວຽກງານການປະມົງຢູ່ລ້ອງແມ່ນ້ຳຢາງຊີກຽງ ກະຊວງກະສິກຳ-ຊົນນະບົດ, ຂະແໜງການການປະມົງຂອງກິ່ງແຂວງສິບສອງພັນນາ ແລະ ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ສປປ ລາວໄດ້ດໍາເນີນການຮ່ວມມືຢ່າງຮອບດ້ານໃນຫຼາຍລະດັບ ໂດຍໄດ້ຈັດຊຸດຝຶກອົບຮົມດ້ານເຕັກນິກການປະມົງ ແລະ ການລ້ຽງສັດນ້ຳໃຫ້ແກ່ພະນັກງານວິຊາການຂອງລັດຖະບານລາວ ແລະ ປະຊາຊົນລາວ. ນອກຈາກນີ້ແລ້ວ, ຍັງໄດ້ມອບແນວພັນປາໃຫ້ແກ່ປະຊາຊົນຈາກ 5 ບ້ານຂອງແຂວງຫຼວງນ້ຳທາ ຂອງ ສປປ ລາວ ຄື: ເມືອງສິງ, ເມືອງນາແລ, ເມືອງລອງ, ເມືອງຫຼວງນ້ຳທາ ແລະ ເມືອງວຽງພູຄາ ເພື່ອຊ່ວຍເຫຼືອເຂົາເຈົ້າໃນການລ້ຽງປາພື້ນເມືອງ ແລະ ຫຼຸດການຫາປາທຳມະຊາດ.