ທ່ານ​ສີ​ຈິ້ນ​ຜິ້ງປະກອບ​ຄຳ​ເຫັນ​ທາງ​ລາຍ​ລັກ​ອັກສອນຕໍ່​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ການ​ຮ່ວມ​ມື​ດ້ານ​ວັກ​ຊີ​ນ​ປ້ອງ​ກັນ​ພະ​ຍາດໂຄ​ວິດ-19 ​ຄັ້ງ​ທຳ​ອິດ​​

Yunnan Gateway, August 13, 2021
Size:

ວັນທີ 5 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນທາງລາຍລັກອັກສອນຕໍ່ກອງປະຊຸມເວທີປຶກສາຫາລືສາກົນເພື່ອການຮ່ວມມືດ້ານວັກຊີນປ້ອງກັນພະຍາດໂຄວິດ-19ຄັ້ງທຳອິດ.

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນເດືອນພຶດສະພາປີນີ້, ຂ້າພະເຈົ້າໄດ້ປະກາດ 5 ມາດຕະການຂອງຈີນໃນກອງປະຊຸມສຸດຍອດສຸຂະພາບໂລກເພື່ອສະໜັບສະໜູນທົ່ວໂລກສາມັກຄີກັນຕ້ານພະຍາດໂຄວິດ -19, ໃນນັ້ນລວມທັງການລິເລີ່ມສ້າງເວທີປຶກສາຫາລືສາກົນເພື່ອການຮ່ວມມືດ້ານວັກຊີນປ້ອງກັນພະຍາດໂຄວິດ-19, ໃຫ້ປະເທດທີ່ຄົ້ນຄວ້າຜະລິດວັກຊີນ ວິສາຫະກິດ ແລະ ຝ່າຍທີ່ມີຜົນປະໂຫຍດທີ່ກ່ຽວຂ້ອງປຶກສາຫາລືຮ່ວມກັນກ່ຽວກັບການແບ່ງປັນວັກຊີນໃຫ້ກັບທົ່ວໂລກຢ່າງຍຸຕິທຳ ແລະສົມເຫດສົມຜົນ. ປະຈຸບັນ, ການແຜ່ລະບາດຂອງພະຍາດຍັງເກີດຂຶ້ນອີກແລ້ວອີກຕື່ມ, ປະກົດມີເຊື້ອພະຍາດກາຍພັນເລື້ອຍໆ. ຂ້າພະເຈົ້າຫວັງວ່າກອງປະຊຸມຄັ້ງນີ້ຈະປະກອບສ່ວນອັນໃໝ່ເພື່ອຊຸກຍູ້ການແບ່ງປັນວັກຊີນຢ່າງຍຸຕິທຳ ແລະເຂົ້າເຖິງບັນດາປະເທດໃນໂລກທັງໃຫ້ມີຄວາມຄືບໜ້າ, ເພີ່ມແຮງຂັບເຄື່ອນອັນໃໝ່ເພື່ອຄວາມສາມັກຄີ ແລະການຮ່ວມມືຂອງປະເທດພວມພັດທະນາ, ເຮັດໃຫ້ມວນມະນຸດເອົາຊະນະພະຍາດໂຄວິດ-19 ໄດ້ໂດຍໄວ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຈີນໄດ້ປະຕິບັດຕາມແນວຄວາມຄິດປະຊາຄົມສາທາລະນະສຸກຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ສະໜອງວັກຊີນໃຫ້ກັບໂລກ ໂດຍສະເພາະແມ່ນປະເທດພວມພັດທະນາອັນໄພສານ, ຕັ້ງໜ້າດຳເນີນການຮ່ວມມືເພື່ອຜະລິດວັກຊີນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງວັກຊີນໃນຖານະເປັນຜະລິດຕະພັນສາທາລະນະຂອງໂລກ. ຈີນຈະສືບຕໍ່ສຸມຄວາມພະຍາຍາມຢ່າງສຸດຂີດ, ເພື່ອຊ່ວຍເຫຼືອປະເທດພວມພັດທະນາອັນໄພສານຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ໃນໝົດປີນີ້, ຈີນຈະພະຍາຍາມສະໜອງວັກຊີນ 2 ຕື້ຫຼອດໃຫ້ທົ່ວໂລກ. ຈີນໄດ້ຕົກລົງບໍລິຈາກ 100 ລ້ານໂດລາສະຫະລັດໃຫ້ກັບໂຄງການ COVAX, ເພື່ອໃຊ້ໃນການຈັດສັນວັກຊີນໃຫ້ກັບປະເທດພວມພັດທະນາ.ພວກເຮົາຍິນດີຮ່ວມກັບປະຊາຄົມໂລກ, ຊຸກຍູ້ຂະບວນການຮ່ວມມືສາກົນດ້ານວັກຊີນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.