ນາ​ຍົກ​ສ​ປ​ປ​ລາວ​ເຫັນ​ວ່າ ຕ້ອງ​ດຳ​ເນີນ​ວຽກ​ງານ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19​ຕາມ​ຈິດ​ໃຈ​ວິ​ທະ​ຍາ​ສາດ

CRI, August 12, 2021
Size:

ພິທີມອບ-ຮັບ ວັກຊີນປ້ອງກັນພະຍາດ ໂຄວິດ-19 ງວດທີ 5 ໂດຍການຊ່ວຍເຫລືອລ້າ ຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2021 ນີ້ ທີ່ກະຊວງສາທາລະນະສຸກຢ່າງເປັນທາງການ, ຕາງໜ້າລັດຖະບານ ສປ ຈີນ ມອບໂດຍ ທ່ານ ຈ່ຽງຈ້າຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງສອງທ່ານໄດ້ປະກອບຄຳເຫັນຕາມລຳດັບໃນພິທີດັ່ງກ່າວ ທັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດໂຄວິດ-19.

ທ່ານ ພັນຄຳ ວິພາວັນກ່າວເນັ້ນວ່າ: ໃນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ປະເທດລາວມີທ່າທີອັນຈະແຈ້ງຢ່າງສະເໝີຕົ້ນສະເໝີປາຍ ຄື ຕ້ອງດຳເນີນວຽກງານສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດຢ່າງພາວະວິໄສ, ໂປ່ງໃສ, ກວມລວມແລະຕາມຫຼັກວິທະຍາສາດ100%. ລາວໄດ້ຜ່ານຈາກກະຊວງການຕ່າງປະເທດສະເໜີຫຼັກໝັ້ນຂອງຕົນ ກ່ຽວກັບການຄັດຄ້ານການຫັນເອົາບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດເປັນບັນຫາການເມືອງ. ນອກນີ້, ທ່ານພັນຄຳ ວິພາວັນຍັງໄດ້ຕີລາຄາສູງຕໍ່ການຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນຂອງຈີນ ເພື່ອສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດແບບເປີດກວ້າງແລະໂປ່ງໃສ, ທ່ານຍັງຢືນຢັນວ່າ ປະເທດລາວໄດ້ສະໜັບສະໜູນການດຳເນີນງານຄົ້ນຄວ້າແລະສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໃນຂອບເຂດທົ່ວໂລກຕາມຈິດໃຈວິທະຍາສາດ, ຫວັງວ່າປະຊາຄົມໂລກຈະປຶກສາຫາລືແລະຮ່ວມມືກັນຢ່າງຈິງໃຈ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນໃນການຕ້ານກັບພະຍາດໂຄວິດ-19.