ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ມຽນມາ ອາສາສະໝັກຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມວຽກງານຕ້ານກັບພະຍາດ

CRI, August 11, 2021
Size:

ວັນທີ 9 ສິງຫານີ້, ກະຊວງສາທາລະນະສຸກມຽນມາໄດ້ແຈ້ງໃຫ້ຮູ້ວ່າ: ຜູ້ເປັນພະຍາດໂຄວິດ-19 ທີ່ກວດພົບໃນມື້ດັ່ງກ່າວມີ 3611 ກໍລະນີ, ອັດຕາບົ່ງມະຕິມີເຖິງ 29,6%, ຜູ້ເປັນພະຍາດລວມທັງໝົດມີ 333.127 ກໍລະນີ. ຜູ້ເສຍຊີວິດໃນມື້ດັ່ງກ່າວ 238 ຄົນ, ອັດຕາການເສຍຊີວິດມີເຖິງ 6,6%, ຜູ້ເສຍຊີວິດລວມທັງໝົດມີ 12.014 ຄົນ.

ມຽນມາໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ເປັນເວລາຫຼາຍກວ່າ 3 ເດືອນແລ້ວ, ປັດຈຸບັນ, ພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ ເຊິ່ງເຮັດໃຫ້ພະນັກງານການແພດມີຄວາມອິດເມື່ອຍຫຼາຍ. ສະນັ້ນ, ປັດຈຸບັນ, ອາສາສະໝັກຈຳນວນຫຼວງຫຼາຍໄດ້ເລີ່ມເຂົ້າຮ່ວມວຽກງານຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ແກ້ໄຂຂໍ້ບົກຜ່ອງໃນການຕ້ານກັບການແຜ່ລະບາດຂອງພະຍາດທີ່ເກີດຈາກຈຳນວນພະນັກງານການແພດບໍ່ພຽງພໍ.