ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ເພີ່ມ​ຂຶ້ນ​ເກືອບ 40%

CRI, August 11, 2021
Size:

ວັນທີ 3 ສິງຫານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນ (10+1) ແລະກ່າວວ່າ: ການຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງຈີນ-ອາຊຽນມີຈຸດພົ້ນເດັ່ນຫຼາຍຢ່າງ ເຊິ່ງພວກເຮົາສາມາດຜ່ານຜ່າຜົນກະທົບຈາກສະພາບພະຍາດໂຄວິດ-19, ສືບຕໍ່ນຳໃຊ້ “ຊ່ອງທາງສີຂຽວ” ເພື່ອອຳນວຍຄວາມສະດວກໃຫ້ການຈໍລະຈອນສິນຄ້າ, ໄດ້ສ້າງ “ຊ່ອງທາງດ່ວນ” ຮ່ວມກັບຫຼາຍປະເທດເພື່ອສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຝ່າຍ, ຮັກສາຕ່ອງໂສ້ອຸດສາຫະກຳຂອງພາກພື້ນໃຫ້ມີຄວາມປອດໄພ, ໝັ້ນຄົງແລະສະດວກ. ສອງຝ່າຍສືບຕໍ່ໄດ້ຮັບຜົນປະໂຫຍດຈາກນະໂຍບາຍຂອງ “ອະນຸສັນຍາ” ທີ່ຖືກຍົກລະດັບຈາກສັນຍາການຄ້າເສລີລະຫວ່າງສອງຝ່າຍ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການຄ້າລະຫວ່າງສອງຝ່າຍບັນລຸຫຼາຍກວ່າ 410 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອາຊຽນຍັງເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນຄືເກົ່າ, ມູນຄ່າການລົງທຶນລະຫວ່າງກັນບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ ເຊິ່ງຢູ່ອັນດັບໜຶ່ງໃນຂົງເຂດນີ້.