ວັກ​ຊີນ​ຊີ​ໂນ​ແວັກ​ຂອງ​ຈີນງວດ​ທີ 2 ​ທີ່​ລັດ​ຖະ​ບານ​ມຽນາມ​ສັ່ງ​ຊື້​ຖືກຂົນ​ສົ່ງໄປ​ຮອດ​ນະ​ຄອນ​ຢາງ​ກຸ້ງແລ້ວ

CRI, August 10, 2021
Size:

ຕາມຂ່າວCRI:ວັນທີ 8 ສິງຫານີ້ຕາມເວລາທ້ອງຖິ່ນ, ວັກຊີນຕ້ານພະຍາດໂຄວິດ-19 ຂອງຊີໂນແວັກຂອງຈີນງວດທີ່ 2 ຈຳນວນ 1 ລ້ານຫຼອດທີ່ລັດຖະບານມຽນມາໄດ້ສັ່ງຊື້ຖືກຂົນສົ່ງໄປຮອດສະໜາມບິນສາກົນຢາງກຸ້ງຂອງມຽນມາແລ້ວ.

ນັບມາຮອດປັດຈຸບັນນີ້, ຈີນໄດ້ສະໜອງວັກຊີນຕ້ານພະຍາດໂຄວິດ-19 ໃຫ້ມຽນມາມີທັງໝົດ 4,5 ລ້ານຫຼອດ, ໃນນັ້ນ, ວັກຊີນຊີໂນແວັກ 2 ລ້ານຫຼອດແມ່ນລັດຖະບານມຽນມາໄດ້ສັ່ງຊື້. ຫວ່າງກ່ອນນີ້ບໍ່ດົນ, ຈີນຍັງໄດ້ຂົນສົ່ງເຄື່ອງຜະລິດອົກຊີ, ເຄື່ອງຊ່ວຍຫາຍໃຈ, ອົກຊີທາດແຫຼວ, ຢາປິ່ນປົວແລະວັດຖຸອຸປະກອນອື່ນໆຢ່າງຫຼວງຫຼາຍໃຫ້ແກ່ມຽນມາ, ເພື່ອຊ່ວຍເຫຼືອມຽນມາຕ້ານກັບສະພາບພະຍາດ.