ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ຫຼວງ​ບາງກ​ອກ​​ຂອງໄທ​ຫຼຸດ​ລົງ, ຄາດ​ວ່າ ຈະ​​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ໄດ້​ພາຍ​ໃນ 1 ເດືອນ

CRI, August 10, 2021
Size:

ວັນທີ 8 ສິງຫານີ້, ເຈົ້າໜ້າທີ່ກົມຄວບຄຸມແລະປ້ອງກັນພະຍາດ ກະຊວງສາທາລະນະສຸກໄທກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງບາງກອກມີທ່າອ່ຽງຫຼຸດລົງ. ຜົນການກວດຫາເຊື້ອພະຍາດຢູ່ຕາມຄຸ້ມຊຸມຊົນຕ່າງໆຊີ້ໃຫ້ເຫັນວ່າ, ອັດຕາການຕິດເຊື້ອສະເລ່ຍໄດ້ຮັກສາຢູ່ໃນລະດັບຕ່ຳກວ່າ 10% ເປັນຫຼາຍມື້ລຽນຕິດ, ບໍ່ມີປະກົດການເພີ່ມຂຶ້ນໄວທີ່ຕໍ່ເນື່ອງ, ຜູ້ຕິດເຊື້ອພະຍາດ 80% ແມ່ນບໍ່ສະແດງອາການຫຼືມີອາການເບົາ, ອັດຕາສັກວັກຊີນໂຄວິດ-19 ໃນກຸ່ມຄົນທີ່ມີອາຍຸ 60 ປີຂຶ້ນໄປໄດ້ບັນລຸເຖິງ 88%.

ຖ້າປະຊາຊົນເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນແລະຄວບຄຸມພະຍາດຕ່າງໆຂອງລັດຖະບານ, ເຊັ່ນ: ການປິດເມືອງ, ການຫ້າມສັນຈອນໃນຕອນກາງຄືນແລະອື່ນໆ, ຄາດວ່າ, ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໄດ້ພາຍໃນ 1 ເດືອນ.