ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ເພີ່ມ​ກຳ​ລັງຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

CRI, August 9, 2021
Size:

ວັນທີ 7 ສິງຫານີ້, ທ່ານນາງຮວ້າຊຸ່ນຢິງໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກ ໂດຍກ່າວວ່າ, ກອງປະຊຸມຄັ້ງນີ້ໄດ້ບັນລຸຄວາມເຫັນເປັນເອກະພາບກັນໃນບັນຫາທີ່ຮ່ວມມືຕ້ານກັບພະຍາດໂຄວິດ-19, ການຮ່ວມມືດ້ານວັກຊີນ, ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຕາມຫຼັກວິທະຍາສາດ ແລະບັນຫາອື່ນໆ, ເຊິ່ງເປັນການສົ່ງສັນຍານທີ່ຕັ້ງໜ້າຕໍ່ພາຍນອກ, ແລະ ເພີ່ມກຳລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືຕ້ານກັບພະຍາດໂຄວິດ-19.

ທ່ານນາງຮວ້າຊຸ່ນຢິງກ່າວວ່າ, ປະຈຸບັນ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງຮ້າຍແຮງຂຶ້ນ ແລະ ຂະຫຍາຍວົງກວ້າງອອກອີກຄັ້ງໃໝ່ໃນພາກພື້ນນີ້ ກໍຄືໃນທົ່ວໂລກ, ການທີ່ສາມັກຄີກັນເພື່ອຕ້ານກັບພະຍາດເປັນຄວາມຮັບຮູ້ທີ່ເປັນເອກະພາບກັນສຳຄັນທີ່ສຸດຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດໃນກອງປະຊຸມຄັ້ງນີ້. ຝ່າຍຕ່າງໆມີຄວາມເຫັນໂດຍທົ່ວໄປວ່າ, ວຽກຮີບດ່ວນໃນປະຈຸບັນກໍຄື ເພີ່ມທະວີການຮ່ວມມືດ້ານວັກຊີນ, ຍົກສູງຄວາມສາມາດຂອງພາກພື້ນນີ້ທີ່ເຂົ້າເຖິງ ແລະ ຈັບຈ່າຍວັດຊີນໄດ້. ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ ຈີນຈະເດັດດ່ຽວປະຕິບັດຕາມຄຳໝັ້ນສັນຍາທີ່ໜັກແໜ້ນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ກ່ຽວກັບການຈັດເອົາວັກຊີນເປັນຜະລິດຕະພັນສາທາລະນະ, ຍິນດີຮ່ວມກັບບັນດາປະເທດໃນພາກພື້ນ, ພະຍາຍາມສຸດຂີດເພື່ອຕອບສະໜອງຕາມຄວາມຕ້ອງການຂອງບັນດາປະເທດທີ່ມີຕໍ່ວັກຊີນ, ພະຍາຍາມສຸດຂີດເພື່ອສະໜັບສະໜູນການສ້າງສູນຜະລິດ ແລະ  ແບ່ງປັນວັກຊີນໃນພາກພື້ນ, ຮ່ວມກັບບັນດາປະເທດໃນພາກພື້ນ, ພ້ອມກັນສ້າງພູມຕ້ານທານແບບລວມໝຄ່ ເພື່ອຮ່ວມກັນປົກປ້ອງຄວາມປອດໄພດ້ານສຸຂະພາບຂອງປະຊາຊົນໃນພາກພື້ນ.

ທ່ານນາງຮວ້າຊຸ່ນຢິງກ່າວຕື່ມວ່າ, ຫຼາຍປະເທດຕ່າງກໍເຫັນດີນຳຫຼັກໝັ້ນຂອງຝ່າຍຈີນ, ໂດຍຊີ້ອອກວ່າ, ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ແມ່ນບັນຫາວິທະຍາສາດທີ່ສຸຂຸມຮອບຄອບ, ຄວນຍຶດໝັ້ນການຄົ້ນຫາຕາມຫຼັກວິທະຍາສາດ, ຄັດຄ້ານການສວຍໃຊ້ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດເພື່ອແກມການເມືອງຂອງຕົນ. ໃນສະເພາະໜ້ານີ້, ຝ່າຍຕ່າງໆຍິ່ງຄວນລະວັງ ແລະ ຕໍ່ຕ້ານສິ່ງລົບກວນຈາກ “ເຊື້ອພະຍາດດ້ານການເມືອງ”ຊະນິດຕ່າງໆ, ປົກປັກຮັກສາຄວາມປອດໄພດ້ານສາທາລະນະສຸກຂອງໂລກຢ່າງແທ້ຈິງ.