ວັກຊີນຈີນງວດທີ 5 ຈໍານວນ 1 ລ້ານໂດສມາຮອດປະເທດລາວແລ້ວ

CRI, August 9, 2021
Size:

ວັກຊີນຈີນງວດທີ 5 ຈໍານວນ 1 ລ້ານໂດສມາຮອດປະເທດລາວແລ້ວ_fororder_微信图片_20210808155439

ວັກຊີນປ້ອງກັນໂຄວິດ-19 (ວັກຊີນຊີໂນຟາມ) ຄັ້ງທີ 5 ຈຳນວນ 1,000,000 ຫຼອດ ພ້ອມເຂັມສັກຢາ ທີ່ລັດຖະບານ ສປ ຈີນໄດ້ໃຫ້ການຊວ່ຍເຫຼືອແກ່ ລັດຖະບານ ສປປ ລາວ ໄດ້ນໍາມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ເມື່ອວັນທີ 7 ສິງຫາ 2021 ນີ້, ຕາງໜ້າຝ່າຍລາວຮັບໂດຍທ່ານບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງ ສາທາລະນະສຸກ,ແລະຕາງໜ້າສະຖານທູດຈີນປະຈໍາລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ວັກຊີນຈີນງວດທີ 5 ຈໍານວນ 1 ລ້ານໂດສມາຮອດປະເທດລາວແລ້ວ_fororder_微信图片_20210808155431

ວັກຊີນປ້ອງກັນໂຄວິດ-19 ຈໍານວນ 1,000,000 ໂດສ ທີ່ ສປ ຈີນຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນໃນການຄວບຄຸມ, ປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ແລະປະກອບສ່ວນເຂົ້າໃນເປົ້າໝາຍຂອງລັດຖະບານລາວທີ່ຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບປະຊາກອນໃຫ້ໄດ້ 50% ໃນປີ 2021 ນີ້.

ຕາມຂໍ້ມູນໃຫ້ຮູ້ວ່າ: ສປ ຈີນໄດ້ໃຫ້ການຊ່ວຍເຫຼືອສະເພາະວັກຊີນປ້ອງກັນ ໂຄວິດ-19 ແກ່ ສປປ ລາວ ເປັນຈໍານວນ 5 ຄັ້ງ ນັບແຕ່ຕົ້ນເດືອນກຸມພາ 2021 ເປັນຕົ້ນມາ. ເຊິ່ງລວມທັງໝົດລັດຖະບານຈີນຊ່ວຍເຫຼືອວັກຊີນໃຫ້ແກ່ ລັດຖະບານ ສປປ ລາວ ເກືອບ 3.000.000 ຫຼອດ.

ວັກຊີນຈີນງວດທີ 5 ຈໍານວນ 1 ລ້ານໂດສມາຮອດປະເທດລາວແລ້ວ_fororder_微信图片_20210808155450

ໃນປັດຈຸບັນນີ້,ລວມວັກຊີນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ແລະລວມທັງ ການຊ່ວຍເຫຼືອຈາກຕ່າງປະເທດ, ສປປ ລາວ ມີວັກຊີນທັງໝົດ 5,2 ລ້ານ ກວ່າຫຼອດ ເຊິ່ງໄລຍະຜ່ານມາເຖິງປັດຈຸບັນ ລັດຖະບານລາວ ໄດ້ສັກໃຫ້ກັບປະຊາກອນໄດ້ເຖິງ 1,1 ລ້ານກວ່າຄົນ ແລະ ຈະສືບຕໍ່ສັກໃຫ້ ກັບປະຊາກອນໃຫ້ໄດ້ 50% ຂອງປະຊາກອນ ຫຼືປະມານ 3,5 ລ້ານຄົນ.