ກອງປະຊຸມແລກປ່ຽນບົດຮຽນດ້ານການອະນຸລັກຮັກສາມໍລະດົກ ລະຫວ່າງ ແຂວງຟູຈ້ຽນ ສປ ຈີນ ແລະ ແຂວງຫຼວງພະບາງ ສປປ ລາວ

lmcchina.org, August 7, 2021
Size:

ວັນທີ 27 ກໍລະກົດ, ກອງປະຊຸມແລກປ່ຽນບົດຮຽນດ້ານການອະນຸລັກຮັກສາມໍລະດົກ ລະຫວ່າງແຂວງຟູຈ້ຽນ ສປ ຈີນ ແລະ ແຂວງຫຼວງພະບາງ ສປປ ລາວ ໄດ້ຈັດຂຶ້ນດ້ວຍຮູບແບບລະບົບທາງອອນລາຍ. ທ່ານ ມອນໄຊ ລາວມົວຊົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງແຂວງຫຼວງພະບາງ ແລະ ທ່ານ ຫຼີຈີ້ກົ່ງ (Li Zhigong), ກົງສູນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍຜ່ານລະບົບອິນເຕີເນັດທາງໄກ. ທ່ານ ນາງ ກົ່ວນິງນິງ (Guo Ningning), ຮອງເຈົ້າແຂວງຟູຈ້ຽນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສ ຕໍ່ກອງປະຊຸມຜ່ານລະບົບອອນລາຍ.

ທ່ານ ນາງ ກົ່ວນິງນິງ ໄດ້ນໍາສະເໜີສະພາບການອະນຸລັກຮັກສາ ແລະ ສືບທອດມໍລະດົກໂລກຂອງແຂວງຟູຈ້ຽນຕໍ່ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ. ເພິ່ນກ່າວວ່າ, ກອງປະຊຸມມໍລະດົກໂລກ ຄັ້ງທີ 44 ທີ່ຈັດຂຶ້ນໃນນະຄອນຟູໂຈ່ວ ໃນເມື່ອບໍ່ດົນມານີ້ນັ້ນ ໄດ້ຮັບຮອງຜ່ານ ຖະແຫຼງການຟູໂຈ່ວ. ເນື່ອງຈາກວ່າມໍລະດົກໂລກຖືເປັນຊັບສົມບັດລວມຂອງມວນມະນຸດ ຈຶ່ງມີຄວາມຈຳເປັນໃຫ້ປະຊາຄົມສາກົນຮ່ວມມືກັນອະນຸລັກຮັກສາ, ເຊື່ອມໂຍງການອະນຸລັກມໍລະດົກກັບຂະແໜງການນິເວດວັດທະນະທໍາເຂົ້າກັນ ໂດຍສະເພາະແມ່ນພາລະກິດແຫ່ງການລົບລ້າງຄວາມທຸກຍາກ. ເພິ່ນຫວັງວ່າ, ສອງຝ່າຍຈະຖືເອົາກອງປະຊຸມການແລກປ່ຽນບົດຮຽນໃນຄັ້ງນີ້ເປັນໂອກາດທີ່ດີ, ຖອດຖອນບົດຮຽນເຊິ່ງກັນແລະກັນ, ພ້ອມກັນອອກແຮງປະກອບສ່ວນເຂົ້າໃນການອະນຸລັກຮັກສາມໍລະດົກໃນທົ່ວໂລກ; ຕັ້ງໜ້າໝູນໃຊ້ສື່ໃໝ່ເຂົ້າໃນການໂຄສະນາເຜີຍແຜ່ມໍລະດົກທາງວັດທະນະທໍາຜ່ານເວທີສື່ສັງຄົມອອນລາຍຂອງຕົນ, ຊຸກຍູ້ການຮ່ວມມືລະຫວ່າງແຫຼ່ງມໍລະດົກກັບອົງການສິລະປະວັດທະນະທໍາ ເພື່ອເຮັດໃຫ້ນັບມື້ນັບມີຫຼາຍຄົນໄດ້ຮັບຮູ້ຕໍ່ມໍລະດົກທາງວັດທະນະທໍາ; ຕັ້ງໜ້າໝູນໃຊ້ເຕັກໂນໂລຊີຜ່ານການເບິ່ງເຫັນ ແລະ ວິທີການຜະລິດທີ່ທັນສະໄໝເຂົ້າໃນການຂະຫຍາຍຮູບແບບວາງສະແດງ ແລະ ຮູບແບບເຜີຍແຜ່ມໍລະດົກທາງວັດທະນະທໍາ ເພື່ອສ້າງຄວາມຊີວິດຊີວາໃຫ້ແກ່ວັດທະນະທໍາ ແລະ ເຮັດໃຫ້ນັບມື້ມີຫຼາຍຄົນກວ່າເກົ່າສາມາດສໍາຜັດກັບສະເໜ່ຂອງມໍລະດົກທາງວັດທະນະທໍາຢ່າງໃກ້ຊິດ; ອໍານາດການປົກຄອງທີ່ກ່ຽວຂ້ອງຂອງສອງແຂວງ, ອົງການອະນຸລັກຮັກສາ ແລະ ຄົ້ນຄວ້າ ຄວນເພີ່ມທະວີການແລກປ່ຽນບົດຮຽນໃນການອະນຸລັກຮັກສາ, ປະຕິສັງຂອນ ແລະ ຄຸ້ມຄອງມໍລະດົກ, ຮ່ວມກັນຍົກສູງເຕັກນິກການອະນຸລັກຮັກສາ ແລະ ລະດັບການຄົ້ນຄວ້າກ່ຽວກັບມໍລະດົກ.

ໃນກອງປະຊຸມ, ຜູ້ຮັບຜິດຊອບຂອງອົງການຄຸ້ມຄອງວັດທະນະທໍາ ແລະ ການທ່ອງທ່ຽວຂອງແຂວງຟູຈ້ຽນ ແລະ ແຂວງຫຼວງພະບາງ ພ້ອມດ້ວຍຜູ້ຊ່ຽວຊານດ້ານການອະນຸລັກຮັກສາມໍລະດົກວັດທະນະທໍາໄດ້ລົງເລິກການແລກປ່ຽນບົດຮຽນ ແລະ ການຮ່ວມມືໃນຕໍ່ໜ້າ. ນອກນັ້ນ, ແຂວງຟູຈ້ຽນຍັງໄດ້ມອບອຸປະກອນ ແລະ ເຄື່ອງປ້ອງກັນພະຍາດໃຫ້ແກ່ແຂວງຫຼວງພະບາງ ເພື່ອຊ່ວຍເຫຼືອໃນການຕີຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.