ຊຸດຝຶກອົບຮົມກ່ຽວກັບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນສຳລັບບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຜ່ານລະບົບອອນລາຍທາງໄກໄດ້ເປີດຂຶ້ນທີ່ມະຫາວິທະຍາໄລກິດຈະການທາງທະເລຊຽງໄຮ້

lmcchina.org, August 7, 2021
Size:

ວັນທີ 27 ກໍລະກົດ, ໂຄງການຝຶກອົບຮົມກ່ຽວກັບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນ ສຳລັບບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2021 ໄດ້ເປີດຂຶ້ນທີ່ມະຫາວິທະຍາໄລກິດຈະການທາງທະເລຊຽງໄຮ້. ການຝຶກອົບຮົມຄັ້ງນີ້ມີນັກສໍາມະນາກອນ 80 ກວ່າຄົນ ທີ່ມາຈາກປະເທດຈີນ, ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມໄດ້ລົງທະບຽນ ແລະ ເຂົ້າຮ່ວມ. ການຝຶກອົບຮົມ ແລະ ພິທີເປີດຊຸດຮຽນລ້ວນແຕ່ຈັດຂຶ້ນຜ່ານລະບົບອອນລາຍ ແລະ ອອບລາຍປະສົມກັນ ໂດຍນໍາໃຊ້ພາສາອັງກິດໃນການສື່ສານ ແລະ ແລກປ່ຽນ.

ທ່ານ ນາງ ຈ່ຽງໝິງ (Jiangmin), ຮອງຜູ້ອໍານວຍການ ມະຫາວິທະຍາໄລກິດຈະການທາງທະເລຊຽງໄຮ້ ໄດ້ນໍາສະເໜີສະພາບການພັດທະນາໂດຍຫຍໍ້ຂອງມະຫາວິທະຍາໄລໃນຊຸມປີທີ່ຜ່ານມາ ລວມທັງວຽກງານດ້ານການແລກປ່ຽນ ແລະ ການຮ່ວມມືກັບສາກົນ. ເພິ່ນໄດ້ກ່າວວ່າ, ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າການຮ່ວມມືການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນຂອງບັນດາປະເທດ LM ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ມະຫາວິທະຍາໄລກິດຈະການທາງທະເລຊຽງໄຮ້ມີຄວາມໝັ້ນໃຈວ່າ ຈະສາມາດປະກອບກຳລັງແຮງຂອງຕົນໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກໍາ LM.

ທ່ານ Matthias Halwart, ຫົວໜ້າພະແນກການລ້ຽງສັດນໍ້າ, ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ (FAO) ໄດ້ນໍາສະເໜີຮູບແບບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນດ້ວຍຫຼາຍຮູບແບບ, ພ້ອມທັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງບັນດາປະເທດລຸ່ມ LM ທີ່ໄດ້ປະກອບສ່ວນເຫື່ອແຮງເຂົ້າໃນໂຄງການຮ່ວມມືໃນຮູບແບບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນ. ເພິ່ນຍົກໃຫ້ເຫັນວ່າ, ບັນດາປະເທດລຸ່ມ LM ຄວນລົງເລິກການຮ່ວມມືໃນໂຄງການດັ່ງກ່າວນີ້, ສືບຕໍ່ຊອກຄົ້ນຮູບແບບການຜະລິດທີ່ມີປະສິດທິພາບສູງ ແລະ ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ໃນສອງມື້ຕໍ່ມາ, ຜູ້ຊ່ຽວຊານດ້ານການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນທີ່ມາຈາກທັງພາຍໃນ ແລະ ຕ່າງປະເທດ ໄດ້ຈັດການຝຶກອົບຮົມ ແລະ ສົນທະນາກັບບັນດານັກສໍາມະນາກອນ ພາຍໃຕ້ຫຼາຍຫົວຂໍ້ ເຊັ່ນ: ລັກສະນະຫຼາກຫຼາຍຂອງລະບົບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນ ໃນເຂດລຸ່ມ LM”,ປະຫວັດສາດແຫ່ງການປູກເຂົ້າ ແລະ ການລ້ຽງສັດນໍ້າແບບລວມກັນຂອງຈີນ ແລະ ການເປີດຫົວຄິດໃໝ່ດ້ານນີ້ໃນການຮ່ວມມືລະຫວ່າງປະເທດຈີນກັບບັນດາປະເທດ LM”,ບົດຮຽນ, ປະສົບການ ແລະ ທິດທາງການພັດທະນາຮູບແບບການປູກເຂົ້າ ແລະ ການລ້ຽງສັດນໍ້າລວມກັນ ໃນພາກພື້ນອາຊີອາຄະເນ,ເຕັກໂນໂລຊີກ່ຽວກັບການປູກເຂົ້າ ແລະ ການລ້ຽງສັດນໍ້າທີ່ນໍາໃຊ້ໄດ້ໃນຕົວຈິງ ແລະ ອື່ນໆ.