ຖ້ຽວບິນພາຍໃນປະເທດໄທຢຸດບໍລິການ ນັກທ່ອງທ່ຽວຢູ່ພູເກັດຕ້ອງຂີ່ລົດເມໄປບາງກອກ

CRI, August 6, 2021
Size:

ເນື່ອງຈາກວ່າປະເທດໄທໄດ້ຍົກລະດັບມາດຕະການປ້ອງກັນພະຍາດໂຄວິດ-19 ອີກຄັ້ງໃໝ່ໃນຫວ່າງມໍ່ໆມານີ້ ໂດຍໄດ້ປະຕິບັດມາດຕະການປິດເມືອງ, ຫ້າມສັນຈອນໃນຕອນກາງຄືນຢູ່ 29 ແຂວງຂອງໄທ, ຖ້ຽວບິນພາຍໃນປະເທດໄດ້ຢຸດບໍລິການ, ເຮັດໃຫ້ນັກທ່ອງທ່ຽວຈຳນວນໜຶ່ງທີ່ເຂົ້າຮ່ວມໂຄງການ “ພູເກັດແຊນດ໌ບັອກຊ໌” ບໍ່ສາມາດທ່ອງທ່ຽວໄດ້ອີກຕໍ່ໄປ. ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງພູເກັດ ຈຶ່ງໄດ້ຈັດສັນລົດເມເພື່ອສົ່ງນັກທ່ອງທ່ຽວໄປສະໜາມບິນສາກົນສຸວັນນະພູມນັບແຕ່ວັນທີ 4 ສິງຫານີ້ເປັນຕົ້ນໄປ ເຊິ່ງເວລາໃຫ້ບໍລິການແຕ່ 5 ໂມງຫາ 21 ໂມງຂອງແຕ່ລະມື້.