​ເຊື້ອພະຍາດ​ກາຍພັນ​ເດ​ວຕາໄດ້​ແຜ່​ລະບາດ​ຢູ່ 74 ​​​ແຂວງຂອງ​ໄທ

CRI, August 6, 2021
Size:

ວັນທີ 4 ສິງຫານີ້, ກະຊວງສາທາລະນະສຸກໄທໄດ້ເປີດເຜີຍຂໍ້ມູນສະຖິຕິຫຼ້າສຸດໂດຍໄດ້ໃຫ້ຮູ້ວ່າ: ນັບແຕ່ກາງເດືອນພຶດສະພາຜ່ານມາທີ່ພົບຜູ້ຕິດເຊື້ອພະຍາດເດວຕາຄົນທຳອິດຢູ່ໄທທີ່ເດີນທາງມາຈາກຕ່າງປະເທດເປັນຕົ້ນມາ, ເຊື້ອພະຍາດກາຍພັນເດວຕາໄດ້ແຜ່ລະບາດໄປເຖິງ 74 ແຂວງໃນ 77 ແຂວງໃນທົ່ວປະເທດໄທ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຢູ່ນະຄອນຫຼວງບາງກອກນັ້ນ  86,2% ແມ່ນເຊື້ອພະຍາດເດວຕາ, ໃນຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວປະເທດ 78,2% ແມ່ນເຊື້ອພະຍາດກາຍພັນເດວຕາ, ຖັດຈາກນັ້ນແມ່ນເຊື້ອພະຍາດອານຟາ ກວມ 21,2% ແລະເຊື້ອພະຍາດເບຕາ ກວມ 0,6%.