ມຽນມາ​ໄດ້​ປະຕິບັດ​ຄຳ​ສັ່ງ​ຈຳກັດ​ການ​ເຄື່ອນ​ໄຫວ​ຢູ່​ອີກ 2 ​ເມືອງ​​ເພື່ອ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19

CRI, August 5, 2021
Size:

ໃນຕອນຄ່ຳຂອງວັນທີ 3 ສິງຫານີ້, ກະຊວງສາທາລະນະສຸກມຽນມາໄດ້ປະກາດແຈ້ງການວ່າ: ມຽນນມາໄດ້ປະຕິບັດຄຳສັ່ງຈຳກັດການເຄື່ອນໄຫວຢູ່ເຂດມີງຢັນແຂວງມັນດາເລ ແລະເຂດບີລິນລັດມອນເພື່ອປ້ອງກັນພະຍາດໂຄວິດ-19 ນັບແຕ່ເວລາ 4 ໂມງເຊົ້າຂອງວັນທີ 4 ສິງຫານີ້ເປັນຕົ້ນມາ. ມາຮອດປັດຈຸບັນ, ມຽນມາໄດ້ປະຕິບັດຄຳສັ່ງຈຳກັດການເຄື່ອນໄຫວຢູ່ 110 ເຂດ ເຊິ່ງກວມຫຼາຍກວ່າ 1 ສ່ວນ 3 ຂອງປະເທດ. ຂະນະດຽວກັນ, ກະຊວງສາທາລະນະສຸກມຽນມາໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເຫຼົ່ານີ້ຈົ່ງປະຕິບັດຕາມຄຳສັ່ງຈຳກັດການເຄື່ອນໄຫວເພື່ອປ້ອງກັນພະຍາດຢ່າງເຂັ້ມງວດ.

ກະຊວງສາທາລະນະສຸກມຽນມາຍັງໄດ້ເປີດເຜີຍວ່າ: ວັນທີ 3 ສິງຫານີ້, ຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ມີທັງໝົດ 4713 ຄົນ, ລວມທັງໝົດແມ່ນ 311067 ຄົນ; ມີຜູ້ເສຍຊີວິດເພີ່ມໃໝ່ 312 ຄົນ, ລວມທັງໝົດແມ່ນ 10373 ຄົນ.