ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ

CRI, August 4, 2021
Size:

ວັນທີ 3 ສິງຫານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນຫຼື 10+1 ຜ່ານທາງວິດີໂອ,  ລັດຖະມົນຕີກະຊວງການຕ່າງປະເທດຂອງ 10 ປະເທດອາຊຽນແລະເລຂາທິການໃຫຍ່ອາຊຽນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ທ່ານຫວາງຢີ້ກ່າວວ່າ: ນັບແຕ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນທີ່ຈັດຂຶ້ນໃນປີກາຍນີ້ເປັນຕົ້ນມາ, ການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງຝ່າຍໄດ້ມີຄວາມຄືບໜ້າອັນໃໝ່ທີ່ສຳຄັນ, ເຊິ່ງສະແດງໃຫ້ເຫັນໃນ 4 ດ້ານຄື: ໜຶ່ງແມ່ນຄວາມສາມັກຄີກັນໃນການຕ້ານກັບພະຍາດໂຄວິດ-19 ໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ສອງແມ່ນການຮ່ວມມືດ້ານການຄ້າແລະການລົງທຶນໄດ້ຮັບໝາກຜົນທີ່ໜ້າຊົມເຊີຍ, ສາມແມ່ນການຮ່ວມມືເພື່ອການພັດທະນາແບບຍືນຍົງໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ສີ່ແມ່ນ ການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດໃນທະເລຈີນໃຕ້ສາມາດຮັກສາທ່ວງທ່າທີ່ດີຕໍ່ໄປ.
    ທ່ານຫວາງຢີ້ຢືນຢັນວ່າ, ປີນີ້ເປັນປີທີ່ຈີນແລະອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ. ຈີນຍິນດີແຈ້ງຂໍ້ມູນຂ່າວສານ ອັນຈະແຈ້ງ ໃນ 4 ຂໍ້ຄື: ໜຶ່ງແມ່ນສືບຕໍ່ລົງເລິກການຮ່ວມມືໃນການຕ້ານກັບພະຍາດ, ສອງແມ່ນອອກແຮງຊຸກຍູ້ການຟື້ນຟູເສດຖະກິດ, ສາມແມ່ນປັບປຸງຂອບການຮ່ວມມືໃນພາກພື້ນທີ່ມີຢູ່ໃນປັດຈຸບັນໃຫ້ໝັ້ນຄົງ, ສີ່ແມ່ນປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ພາກພື້ນທະເລຈີນໃຕ້.

ບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງອາຊຽນໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ຈີນຍາດມາໄດ້ໃນການຕ້ານກັບພະຍາດໂຄວິດ-19ແລະການພັດທະນາເສດຖະກິດສັງຄົມ, ໂດຍຢືນຢັນວ່າ ບັນດາປະເທດອາຊຽນຍິນດີສືບຕໍ່ຮ່ວມກັນກັບຈີນກ້າວເດີນໄປຕາມເສັ້ນທາງແຫ່ງຄວາມສາມັກຄີແລະການຮ່ວມມື, ຊຸກຍູ້ຂະບວນການເຊື່ອມໂຍງເສດຖະກິດໃນພາກພື້ນໃຫ້ເປັນອັນໜຶ່ງອັນດຽວກັນ, ຮ່ວມກັນປົກປັກຮັກສາສັນຕິພາບ,ສະຖຽນລະພາບແລະຄວາມໝັ້ນຄົງຂອງທະເລຈີນໃຕ້.