ລັດຖະບານ​ໄທຂະຫຍາຍຂອບ​ເຂດ​ການຄວບ​ຄຸມພະຍາດ​ໂຄ​ວິດ-19 ​ໃນລະດັບສູງ​ສຸດ ​ແລະ​ແກ່ຍາວ​ເວລາ​ປິດ​ເມືອງ

CRI, August 4, 2021
Size:

ວັນທີ 1 ສິງຫານີ້, ສູນບໍລິຫານສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທໄດ້ເປີດເຜີຍວ່າ: ເພື່ອຂະຫຍາຍຂອບເຂດການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ໃນລະດັບສູງສຸດ, ໄດ້ເພີ່ມເຂດຄວບຄຸມພະຍາດສີແດງເຂັ້ມຈາກ 13 ແຂວງລວມທັງນະຄອນຫຼວງບາງກອກເປັນ 29 ແຂວງ, ຂອບເຂດການຄວບຄຸມພະຍາດລະດັບສີແດງຫຼຸດລົງຈາກ 53 ແຂວງຍັງເຫຼືອ 37 ແຂວງ, ຂອບເຂດການຄວບຄຸມລະດັບສີແສດເພີ່ມຂຶ້ນຈາກ 10 ແຂວງເຖິງ 11 ແຂວງ.

ນອກນີ້, ນັບແຕ່ວັນທີ 3 ສິງຫານີ້ເປັນຕົ້ນໄປ, ຂອບເຂດການຄວບຄຸມພະຍາດລະດັບສູງສຸດ ຄືເຂດສີແດງເຂັ້ມ ຈະແກ່ຍາວເວລາປິດເມືອງອອກໄປອີກ 14 ມື້, ແລະຈະປັບປຸງຕາມມາດຕະການຕ້ານກັບສະພາບການແຜ່ລະບາດຂອງພະຍາດ, ຖ້າມີຄວາມຈຳເປັນຈະສືບຕໍ່ແກ່ຍາວເວລາອອກໄປຈົນເຖິງວັນທີ 31 ສິງຫານີ້.