ໃນ​ອາ​ທິດທີ່​ຜ່ານ​ມາ​ອັດ​ຕາ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ຢູ່​ມຽນ​ມາ​ເພີ່ມ​ຂຶ້ນເປັນ​ອັນ​ດັບ​ສູງ​ສຸດ​ຂອງ​ອາ​ຊີ​ອາ​ຄະ​ເນ

CRI, August 3, 2021
Size:

ຕາມຂ່າວ CRI:ວັນທີ 31 ກໍລະກົດແລ້ວນີ້ຕາມເວລາທ້ອງຖິ່ນ, ກະຊວງສາທາລະນະສຸກແລະກິລາມຽນມາໄດ້ແຈ້ງຂ່າວວ່າ, ໃນທັງໝົດ 13,799 ຕົວຢ່າງທີ່ໄດ້ຮັບການກວດຫາເຊື້ອໃນມື້ດຽວກັນ, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 4,725 ກໍລະນີ, ມີອັດຕາຖືກບົ່ງມະຕິເປັນພະຍາດສູງເຖິງ 34%, ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 299,185 ກໍລະນີ; ໃນມື້ດຽວກັນໄດ້ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມໃໝ່ 392 ກໍລະນີ, ມີຜູ້ເສຍຊີວິດທັງໝົດ 9,334 ກໍລະນີ, ອັດຕາການເສຍຊີວິດເປັນ 8,2% ໃນວັນທີ 31 ກໍລະນີແລ້ວນີ້. 

ໃນອາທິດຜ່ານມານີ້, ອັດຕາການເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ມຽນມາໄດ້ສງກວ່າອິນໂດເນເຊຍແລະມາເຣເຊຍ, ກາຍເປັນເຂດທີ່ມີສະພາບການແຜ່ລະບາດຂອງພະຍາດຮ້າຍແຮງທີ່ສຸດຂອງອາຊີອາຄະເນ. 

ເພື່ອຄວບຄຸມສະພາບການແຜ່ລະບາດຂອງພະຍາດໂດຍໄວ, ພາກສ່ວນສາທາລະນະສຸກມຽນມາໄດ້ກຳນົດແຜນການແບ່ງປັນວັກຊີນຕ້ານໂຄວິດ-19. ພາຍຫຼັງວັກຊີນໄດ້ຖືກຂົນສົ່ງໄປຮອດແຫ່ງຕ່າງໆແລ້ວ, ຈະເລີ່ມດຳເນີນການສັກວັກຊີນໂດຍໄວ.