ຈີນ ແລະ ອາຊຽນຮ່ວມມືກັນເສີມສ້າງຄວາມໝັ້ນຄົງໃຫ້ແໜ້ນແຟ້ນໃນພາກພື້ນ

lmcchina.org, August 2, 2021
Size:

ສປ ຈີນ ແລະ ອາຊຽນ ໄດ້ສ້າງຕັ້ງສາຍພົວພັນຄູ່ສົນທະນາຢ່າງເປັນທາງການ ໃນປີ 1991. ຕະຫຼອດໄລຍະ 30 ປີທີ່ຜ່ານມາ, ສອງຝ່າຍໄດ້ປະກອບສ່ວນເຮັດໃຫ້ພາກພື້ນມີຄວາມໝັ້ນຄົງຢ່າງໜັກແໜ້ນ, ການເຊື່ອມໂຍງເຊື່ອມຈອດກັນມີິຄວາມວ່ອງໄວຂຶ້ນຢ່າງບໍ່ຢຸດຢັ້ງ, ການແລກປ່ຽນ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ແລະ ການແລກປ່ຽນດ້ານວັດທະນະທຳ-ສັງຄົມມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ສາຍພົວພັນສອງຝ່າຍ ໄດ້ກາຍເປັນແບບຢ່າງໜຶ່ງທີ່ມີຜົນສຳເລັດທີ່ສຸດ ແລະ ມີພະລັງຊີວິດທີ່ສຸດໃນການຮ່ວມມືຢູ່ພາກພື້ນອາຊີ-ປາຊິຟິກ ແລະ ໄດ້ນຳເອົາຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນຈຳນວນ 2 ຕື້ກວ່າຄົນ ຂອງ 11 ປະເທດ.

ຕາມສະຖິຕິ, ລວມຍອດມູນຄ່າການຄ້າ ຈີນ-ອາຊຽນ ໃນປີ 1991 ບັນລຸໄດ້ 7,96 ຕື້ໂດລາສະຫະລັດ. ໃນ 30 ປີທີ່ຜ່ານມາ, ການພົວພັນດ້ານເສດຖະກິດ-ການຄ້າສອງຝ່າຍໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ເຊິ່ງໃນປີ 2010 ໄດ້ສ້າງຕັ້ງເຂດການຄ້າເສລີ ຈີນ-ອາຊຽນ ຢ່າງຮອບດ້ານ ແລະ ໃນປີ 2019 ໄດ້ຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ. ໃນປີ 2020, ເຖິງແມ່ນວ່າທົ່ວໂລກໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ແຕ່ຍອດມູນຄ່າການຄ້າສອງຝ່າຍຍັງໄດ້ມີການຂະຫຍາຍຕົວເກີນຄາດໝາຍ ເຊິ່ງບັນລຸໄດ້ 684,6 ຕື້ໂດລາສະຫະລັດ, ເຮັດໃຫ້ສອງຝ່າຍ ຈີນ-ອາຊຽນ ກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງເຊິ່ງກັນແລະກັນທີ່ເປັນການບຸກທະລຸຄັ້ງປະຫວັດສາດ. ໃນ 6 ເດືອນຕົ້ນປີນີ້, ລວມຍອດມູນຄ່າການສົ່ງອອກ-ນຳເຂົ້າຂອງຈີນຕໍ່ອາຊຽນໄດ້ບັນລຸເຖິງ 2.660 ຕື້ຢວນ ເຊິ່ງເພີ່ມຂຶ້ນ 27,8% ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ.

ເຂດປົກຄອງຕົນເອງໂດຍເຜົ່າຈ້ວງກວາງຊີ ມີທ່າແຮງດ້ານທີ່ຕັ້ງພູມສາດທີ່ພິເສດ ແລະ ໄດ້ມີການພົວພັນດ້ານເສດຖະກິດ-ການຄ້າກັບອາຊຽນຢ່າງສະໜິດແໜ້ນ. ນັບແຕ່ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າ ຈີນ-ຫວຽດນາມ ໃນປີ 2017 ເປັນຕົ້ນມາ, ໝາກໄມ້ຈາກພາກພື້ນອາຊີອາຄະເນຈຳນວນຫຼວງຫຼາຍໄດ້ຖືກຂົນສົ່ງໄປສູ່ຕະຫຼາດໃນທົ່ວປະເທດຈີນ ຈາກດ່ານພິງສຽງ ກວາງຊີ. ໃນຊຸມປີທີ່ຜ່ານມານີ້, ທ່າກໍາປັ່ນເມືອງຊິ່ນໂຈ່ວໄດ້ເປີດເສັ້ນທາງໄວສໍາລັບການຂົນສົ່ງໝາກໄມ້ທາງທະເລ ທີ່ເຊື່ອມຕໍ່ປະເທດໄທ, ຫວຽດນາມ ແລະ ປະເທດອື່ນໆ, ເຊິ່ງໄດ້ເປັນການສ້າງ “ທາງດ່ວນທາງທະເລ” ທີ່ສະດວກໃຫ້ແກ່ການຂົນສົ່ງຜະລິດຕະພັນກະສິກຳຂອງພາກພື້ນອາຊີອາຄະເນໄປສູ່ແຜ່ນດິນໃຫຍ່ຈີນ ແລະ ໄດ້ຊຸກຍູ້ການພັດທະນາທາງດ້ານການຄ້າລະຫວ່າງຈີນ ແລະ ອາຊຽນ. ທ່າກຳປັ່ນອ່າວເປີຍປູ້ ແມ່ນທາງອອກສູ່ທະເລທີ່ໃກ້ກັບອາຊຽນທີ່ສຸດຈາກພາກຕາເວັນຕົກຂອງຈີນ ແລະ ແມ່ນປະຕູສຳຄັນທີ່ເຊື່ອມຈອດກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງດີ. ໃນ 6 ເດືອນຕົ້ນປີນີ້, ເສັ້ນທາງສາຍໃໝ່ທາງບົກ - ທາງທະເລຢູ່ພາກຕາເວັນຕົກໄດ້ມີຂະບວນລົດໄຟ 2705 ຂະບວນ ແລະ ໄດ້ຂົນສົ່ງຕູ້ຄອນເທນເນີ້ມາດຕະຖານ 269.000 ຕູ້, ເຊິ່ງຕ່າງກໍໄດ້ເພີ່ມຂຶ້ນ 112% ແລະ 319% ຖ້າທຽບໃສ່ໄລຍະດຽວກັນໃນປີກາຍນີ້.

ນັບແຕ່ໄດ້ເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ປະເທດຈີນ ແລະ ບັນດາປະເທດອາຊຽນໄດ້ຮ່ວມມືກັນຕ້ານພະຍາດໂຄວິດ-19 ແລະ ດຳເນີນການແລກປ່ຽນການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ວັດທະນະທຳ ແລະ ຂົງເຂດອື່ນໆ ເຊິ່ງໄດ້ຮັບການພັດທະນາໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ຕາມສະຖິຕິຂອງກະຊວງການຄ້າ ສປ ຈີນ, ການລົງທຶນໂດຍກົງຂອງປະເທດຈີນຕໍ່ທຸກຂະແໜງ ການຂອງອາຊຽນໃນປີກາຍນີ້ ເພີ່ມຂຶ້ນ 52,1% ຖ້າທຽບໃສ່ປີທີ່ຜ່ານມາ. ເສດຖະກິດຂອງຈີນໄດ້ຮັບການຟື້ນຟູຢ່າງໝັ້ນຄົງ ແລະ ໄດ້ສ້າງແຮງດຶງດູດທີ່ເຂັ້ມແຂງຕໍ່ນັກລົງທຶນຂອງອາຊຽນ. ໃນ 6 ເດືອນຕົ້ນປີນີ້, ການລົງທຶນຕົວຈິງຂອງອາຊຽນຢູ່ຈີນໄດ້ເພີ່ມຂຶ້ນ 50,7% ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ.