ທີ່​ປຶກ​ສາ​ຝ່າຍ​ປ້ອງ​ກັນ​ປະ​ເທດຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ເຜີຍ​ແຜ່ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ​ຮ້ອຍ​ປີ​

CRI, August 2, 2021
Size:

ວັນທີ 29 ກໍລະກົດນີ້, ທ່ານພັນເອກພິເສດລີປິ່ງ ທີ່ປຶກສາຝ່າຍປ້ອງກັນປະເທດຂອງສະຖານທູດຈີນປະຈຳລາວໄດ້ໄປວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ສະຖາບັນການສຶກສາລະດັບສູງສຸດຂອງກອງທັບປະຊາຊົນລາວຕາມຄຳເຊີນ ເພື່ອເຜີຍແຜ່ເນື້ອໃຈຈິດໃຈທີ່ສຳຄັນໃນຄຳໄສຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນທີ່ກ່າວໃນວັນທີ 1 ກໍລະກົດນີ້ ເຊິ່ງເປັນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ແລະນະໂຍບາຍປ້ອງກັນປະເທດຂອງຈີນໃນຍຸກໃໝ່ ໂດຍມີຫົວໜ້າການເມືອງ, ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະຜູ້ຊ່ຽວຊານກອງທັບຈີນຊ່ວຍເຫຼືອລາວພ້ອມດ້ວຍນາຍແລະພົນທະຫານຂອງວິທະຍາຄານດັ່ງກ່າວໄດ້ເຂົ້າຮ່ວມ.

ຜູ້ຮ່ວມປະຊຸມໄດ້ກ່າວວ່າ: ທ່ານພັນເອກພິເສດລີປິ່ງໄດ້ແນນຳເນື້ອໃນທີ່ຮອບດ້ານແລະມີຄວາມອຸດົມສົມບຸນ ເຊິ່ງຈະມີຜົນດີຕໍ່ການຮັບຮູ້ທາດແທ້ຂອງເນື້ອໃນຈິດໃຈສຳຄັນຂອງຄຳປາໄສຂອງທ່ານສີຈິ້ນຜິງຢ່າງເລິກເຊິ່ງ, ກຳແໜ້ນຄວາມໝາຍພື້ນຖານຂອງນະໂຍບາຍປ້ອງກັນປະເທດຂອງຈີນໃນຍຸກໃໝ່ຢ່າງຖືກຕ້ອງ ແລະລົງເລິກຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສອງກອງທັບລາວ-ຈີນ.