ພິທີຈັດສົ່ງຍານພາຫະນະນຳໃຊ້ພະລັງງານໃໝ່ສຳລັບໂຄງການການຮ່ວມມືໃຕ້-ໃຕ້ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈີນ-ລາວ ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ

lmcchina.org, August 2, 2021
Size:

ພິທີຈັດສົ່ງຍານພາຫະນະນຳໃຊ້ພະລັງງານໃໝ່ ສຳລັບເຂດສາທິດການປ່ອຍອາຍກາກບອນຕ່ຳເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຂອງໂຄງການການຮ່ວມມືໃຕ້-ໃຕ້ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈີນ-ລາວ ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ໃນວັນທີ 23 ກໍລະກົດ ທີ່ຜ່ານມາ, ເຊິ່ງຍານພາຫະນະທີ່ນຳໃຊ້ພະລັງງານໃໝ່ 28 ຄັນທີ່ຜະລິດໂດຍ ບໍລິສັດ BYD ຈະປະກອບສ່ວນເຂົ້າໃນການພັດທະນາການຄົມມະນາຄົມສີຂຽວ ຢູ່ເຂດສາທິດການປ່ອຍອາຍກາກບອນຕ່ຳເມືອງໄຊເຊດຖາ. ພາຍຫຼັງໄດ້ເປີດນຳໃຊ້ຍານພາຫະນະດັ່ງກ່າວ, ຄາດວ່າຈະຊ່ວຍຫຼຸດການປ່ອຍອາຍກາກບອນຕ່ຳລົງປະມານ 1.243 ໂຕນສະເລ່ຍຕໍ່ປີໃນທ້ອງຖິ່ນນັ້ນ ທຽບເທົ່າການປູກຕົ້ນໄມ້ຫຼາຍກວ່າ 1 ແສນຕົ້ນ.

ການສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນມາດຕະການຕົວຈິງໃນການຈັດຕັ້ງປະຕິບັດໂຄງການ “ສິບ-ຮ້ອຍ-ພັນ” ຂອງການຮ່ວມມືໃຕ້-ໃຕ້ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ປະເທດຈີນ ແລະ ປະເທດລາວໄດ້ລົງນາມໃນສັນຍາການຮ່ວມມື ກ່ຽວກັບ ການຮ່ວມມືສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໃນເດືອນກໍລະກົດ 2020, ເຊິ່ງໄດ້ລະບຸໄວ້ວ່າ ຝ່າຍຈີນຈະໃຫ້ການຊ່ວຍເຫຼືອແກ່ຝ່າຍລາວທາງດ້ານວັດຖຸສິ່ງຂອງທີ່ປະຢັດພະລັງານ ແລະ ປ່ອຍອາຍກາບອນຕໍ່າ ເຊັ່ນ ໄຟເຍືອງທາງ LED ທີ່ນໍາໃຊ້ພະລັງງານແສງຕາເວັນ, ລົດໂດຍສານ, ລົດບັນທຸກ ແລະ ລົດລາດຕະເວນປະຕິບັດກົດໝາຍທີ່ນຳໃຊ້ພະລັງງານໃໝ່, ອຸປະກອນຕິດຕາມວັດແທກດ້ານສິ່ງແວດລ້ອມ. ນອນຈາກນີ້ແລ້ວ, ທັງສອງຝ່າຍຍັງຈະຮ່ວມກັນສ້າງແຜນແມ່ບົດກ່ຽວກັບເຂດສາທິດການປ່ອຍອາຍກາກບອນຕ່ຳ.

ການຊ່ວຍເຫຼືອງວດທຳອິດປະກອບມີໄຟເຍືອງທາງ LED ທີ່ນຳໃຊ້ພະລັງງານແສງຕາເວັນ 2000 ຊຸດ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ 5 ຊຸດ, ໂດຍຈະເລີ່ມຈັດສົ່ງໃນເດືອນມິຖຸນາ 2021. ຍານພາຫະນະທີ່ນຳໃຊ້ພະລັງງານໃໝ່ 28 ຄັນ ທີ່ຖືກຈັດສົ່ງໃນຄັ້ງນີ້ແມ່ນເຄື່ອງຊ່ວຍເຫຼືອງວດທີສອງ ທີ່ມອບໃຫ້ແກ່ເຂດສາທິດການປ່ອຍອາຍກາກບອນຕ່ຳ, ເຊິ່ງໃນນັ້ນ ລົດເມ C8 ທີ່ໃຊ້ໄຟຟ້າ 12 ຄັນແລະລົດບັນທຸກ T5D ທີ່ໃຊ້ໄຟຟ້າ 8 ຄັນແມ່ນລົດໄຟຟ້າທີ່ໃຊ້ໃນທາງທຸລະກິດງວດທຳອິດໃນທ້ອງຖິ່ນນັ້ນ ແລະ ລົດໂດຍສານ EV ທີ່ໃຊ້ໄຟຟ້າ 8 ຄັນ ມີລັກສະນະສິ້ນເປືອງພະລັງງານໜ້ອຍທີ່ສຸດ.